ປະຖົມມະການ 3
3
ມະນຸດບໍ່ເຊື່ອຟັງພຣະເຈົ້າ
1ງູນັ້ນເປັນສັດທີ່ມີເລ່ຫລ່ຽມກວ່າສັດປ່າທັງຫລາຍທີ່ພຣະເຈົ້າຢາເວໄດ້ສ້າງຂຶ້ນມາ. ມັນໄດ້ເວົ້າຕໍ່ຍິງນັ້ນວ່າ, “ພຣະເຈົ້າໄດ້ເວົ້າແທ້ບໍວ່າ, ‘ເຈົ້າຕ້ອງບໍ່ກິນໝາກໄມ້ຈາກຕົ້ນໄມ້ໃດໆໃນສວນນີ້’?”
2ຍິງນັ້ນໄດ້ຕອບງູວ່າ, “ພວກເຮົາກິນໝາກໄມ້ຈາກຕົ້ນໄມ້ທັງຫລາຍໃນສວນໄດ້, 3ແຕ່ພຣະເຈົ້າໄດ້ເວົ້າວ່າ, ‘ເຈົ້າຫ້າມກິນໝາກໄມ້ຈາກຕົ້ນໄມ້ທີ່ຢູ່ກາງສວນ ແລະ ເຈົ້າຫ້າມແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ’ ”.
4ງູໄດ້ເວົ້າຕໍ່ຍິງນັ້ນວ່າ, “ເຈົ້າຈະບໍ່ຕາຍແນ່ນອນ. 5ເພາະພຣະເຈົ້າຮູ້ວ່າເມື່ອໃດທີ່ເຈົ້າກິນໝາກໄມ້ຈາກຕົ້ນນັ້ນ ຕາຂອງເຈົ້າກໍຈະຖືກເປີດອອກ ແລະ ເຈົ້າຈະເປັນເໝືອນພຣະເຈົ້າ, ຄືຮູ້ຈັກດີ ແລະ ຮູ້ຈັກຊົ່ວ”.
6ເມື່ອຍິງນັ້ນເຫັນວ່າໝາກໄມ້ຂອງຕົ້ນໄມ້ນັ້ນດີເໝາະສຳລັບເປັນອາຫານ ແລະ ທັງໜ້າເບິ່ງ, ແລະ ທັງຊ່ວຍໃຫ້ເກີດປັນຍາດ້ວຍ, ນາງຈຶ່ງຈັບເອົາໝາກໄມ້ຈຳນວນໜຶ່ງມາ ແລະ ກິນໝາກໄມ້ນັ້ນ. ນາງຍັງໄດ້ເອົາຈຳນວນໜຶ່ງໃຫ້ຜົວຂອງນາງທີ່ຢູ່ກັບນາງ ແລ້ວລາວກໍກິນໝາກໄມ້ນັ້ນ. 7ແລ້ວຕາຂອງພວກເຂົາທັງສອງກໍເປີດອອກ ແລະ ພວກເຂົາກໍຮູ້ວ່າຕົນເອງໄດ້ເປືອຍກາຍຢູ່; ດັ່ງນັ້ນ ພວກເຂົາຈຶ່ງໄດ້ຫຍິບໃບໝາກເດື່ອເຂົ້າກັນ ແລ້ວເຮັດເປັນເຄື່ອງປົກປິດສຳລັບພວກເຂົາເອງ.
8ແລ້ວຊາຍຜູ້ນັ້ນ ແລະ ເມຍຂອງລາວກໍໄດ້ຍິນສຽງຂອງພຣະເຈົ້າຢາເວຂະນະທີ່ພຣະອົງຍ່າງຢູ່ໃນສວນໃນຕອນແລງຂອງວັນນັ້ນ, ແລ້ວພວກເຂົາຈຶ່ງໄປລີ້ພຣະເຈົ້າຢາເວຢູ່ຕາມຕົ້ນໄມ້ຕ່າງໆຂອງສວນ. 9ແຕ່ພຣະເຈົ້າຢາເວໄດ້ເອີ້ນຫາຊາຍນັ້ນວ່າ, “ເຈົ້າຢູ່ໃສ?”
10ລາວໄດ້ຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນນີ້ ແລະ ຂ້ານ້ອຍກໍຢ້ານເພາະຂ້ານ້ອຍເປືອຍກາຍຢູ່; ດັ່ງນັ້ນ ຂ້ານ້ອຍຈຶ່ງລີ້ຢູ່”.
11ແລະ ພຣະອົງໄດ້ກ່າວວ່າ, “ຜູ້ໃດບອກວ່າເຈົ້າໄດ້ເປືອຍກາຍຢູ່? ເຈົ້າໄດ້ກິນໝາກໄມ້ຈາກຕົ້ນທີ່ເຮົາໄດ້ສັ່ງເຈົ້າບໍ່ໃຫ້ກິນນັ້ນແມ່ນບໍ?”
12ຊາຍນັ້ນເວົ້າວ່າ, “ຍິງທີ່ພຣະອົງໃຫ້ຢູ່ທີ່ນີ້ກັບຂ້ານ້ອຍນັ້ນ ນາງໄດ້ເອົາໝາກໄມ້ຈຳນວນໜຶ່ງຈາກຕົ້ນນັ້ນໃຫ້ຂ້ານ້ອຍ ແລະ ຂ້ານ້ອຍກໍໄດ້ກິນໝາກໄມ້ນັ້ນ”.
13ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ຍິງນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດຢ່າງນີ້?”
ຍິງນັ້ນໄດ້ເວົ້າວ່າ, “ງູໄດ້ລໍ້ລວງຂ້ານ້ອຍ ແລະ ຂ້ານ້ອຍກໍໄດ້ກິນ”.
14ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເວົ້າກັບງູນັ້ນວ່າ, “ເພາະເຈົ້າໄດ້ເຮັດເຊັ່ນນີ້,
“ເຈົ້າຈຶ່ງຖືກສາບແຊ່ງໜັກກວ່າສັດລ້ຽງທັງໝົດ
ແລະ ສັດປ່າທັງໝົດ!
ເຈົ້າຈະເລືອໄປດ້ວຍທ້ອງຂອງເຈົ້າ
ແລະ ເຈົ້າຈະກິນຂີ້ຝຸ່ນດິນ
ຕະຫລອດຊີວິດຂອງເຈົ້າ.
15ແລະ ເຮົາຈະເຮັດຄວາມເປັນສັດຕູ
ກັນລະຫວ່າງເຈົ້າ ແລະ ຍິງນັ້ນ,
ແລະ ລະຫວ່າງລູກຫລານ#3:15 ຫລື ເມັດພັນຂອງເຈົ້າ ແລະ ລູກຫລານຂອງນາງດ້ວຍ;
ລາວຈະຟາດຫົວຂອງເຈົ້າ,
ແລະ ເຈົ້າຈະຕອດ#3:15 ຫລື ຟາດສົ້ນນ່ອງຂອງລາວ”.
16ພຣະອົງເວົ້າຕໍ່ຍິງນັ້ນວ່າ,
“ເຮົາຈະເຮັດໃຫ້ເຈົ້າເຈັບປວດຢ່າງຮຸນແຮງໃນການເກີດລູກ;
ເຈົ້າຈະເກີດລູກດ້ວຍຄວາມເຈັບປວດທໍລະມານ.
ແຕ່ເຈົ້າກໍຍັງປາຖະໜາຜົວ,
ແລະ ລາວຈະປົກຄອງເໜືອເຈົ້າ”.
17ພຣະອົງໄດ້ກ່າວກັບອາດາມວ່າ, “ເພາະເຈົ້າໄດ້ຟັງເມຍຂອງເຈົ້າ ແລະ ໄດ້ກິນໝາກໄມ້ຈາກຕົ້ນທີ່ເຮົາໄດ້ສັ່ງເຈົ້າວ່າ, ‘ຫ້າມເຈົ້າກິນໝາກໄມ້ຈາກຕົ້ນນັ້ນ,’
“ພື້ນດິນຈຶ່ງໄດ້ຖືກສາບແຊ່ງເພາະເຈົ້າ; ກະທຳຜິດ.
ເຈົ້າຈະຫາກິນຈາກແຜ່ນດິນດ້ວຍຄວາມລຳບາກທີ່ສຸດ
ຕະຫລອດຊີວິດຂອງເຈົ້າ.
18ແຜ່ນດິນຈະເກີດໜາມ ແລະ ຕົ້ນໜາມສຳລັບເຈົ້າ
ແລະ ເຈົ້າຈະກິນພືດຈາກທົ່ງນາ.
19ເຈົ້າຈະຫາກິນ
ດ້ວຍເຫື່ອທີ່ອອກຈາກຄີ້ວຂອງເຈົ້າ
ຈົນກວ່າເຈົ້າກັບຄືນສູ່ດິນ
ເພາະເຈົ້າຖືກສ້າງມາຈາກຂີ້ຝຸ່ນດິນ;
ເພາະເຈົ້າເປັນຂີ້ຝຸ່ນດິນ
ແລະ ເຈົ້າຈະກັບຄືນສູ່ຝຸ່ນດິນ”.
20ອາດາມ#3:20 ຫລື ຊາຍຜູ້ນັ້ນໄດ້ຕັ້ງຊື່ເມຍຂອງຕົນວ່າເອວາ#3:20 ໃນພາສາເຮັບເຣີຄຳວ່າ ເອວາ ມີສຽງຄ້າຍຄຳວ່າ ມີຊີວິດ ເພາະນາງຈະເປັນແມ່ຂອງຜູ້ມີຊີວິດທັງໝົດ.
21ພຣະເຈົ້າຢາເວໄດ້ເຮັດເຄື່ອງນຸ່ງຈາກໜັງສັດໃຫ້ອາດາມກັບເມຍຂອງລາວ ແລະ ສວມໃຫ້ພວກເຂົາ. 22ແລ້ວພຣະເຈົ້າຢາເວໄດ້ເວົ້າວ່າ, “ບັດນີ້ ມະນຸດໄດ້ກາຍເປັນເໝືອນໜຶ່ງໃນພວກເຮົາແລ້ວ ຄືຮູ້ຈັກດີ ແລະ ຮູ້ຈັກຊົ່ວ. ລາວຈະບໍ່ໄດ້ຮັບອະນຸຍາດໃຫ້ເດ່ມືຂອງລາວອອກ ແລະ ຈັບເອົາໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດມາກິນ ແລ້ວມີຊີວິດຢູ່ຕະຫລອດໄປ”. 23ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂັບໄລ່ລາວອອກຈາກສວນເອເດນເພື່ອໃຫ້ໄປຫາກິນເທິງພື້ນດິນບ່ອນທີ່ລາວໄດ້ຖືກສ້າງມານັ້ນ. 24ຫລັງຈາກທີ່ພຣະອົງໄດ້ຂັບໄລ່ຊາຍນັ້ນອອກໄປແລ້ວ, ພຣະອົງໄດ້ຕັ້ງບັນດາເຄຣຸບໄວ້ທີ່ດ້ານຕາເວັນອອກ#3:24 ຫລື ດ້ານໜ້າຂອງສວນເອເດນ ແລະ ຕັ້ງດາບທີ່ມີໄຟເຫລັ້ມໜຶ່ງທີ່ແກວ່ງໄປມາເພື່ອເຝົ້າຫົນທາງໄປສູ່ຕົ້ນໄມ້ແຫ່ງຊີວິດນັ້ນ.
Currently Selected:
ປະຖົມມະການ 3: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.