YouVersion Logo
Search Icon

ຈົດບັນຊີ 36

36
ມໍລະດົກ​ຂອງ​ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ
(ຈບຊ 27:1-11)
1ບັນດາ​ຫົວໜ້າ​ຄອບຄົວ​ໃນ​ຕະກຸນ​ກີເລອາດ​ລູກຊາຍ​ຂອງ​ມາກີ, ລູກຊາຍ​ຂອງ​ມານາເຊ, ຜູ້​ຢູ່​ໃນ​ຕະກຸນ​ຕ່າງໆ​ຂອງ​ເຊື້ອສາຍ​ໂຢເຊັບ, ໄດ້​ມາພົບ ແລະ ເວົ້າ​ຕໍ່ໜ້າ​ໂມເຊ ແລະ ພວກຜູ້ນຳ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ຄົນ​ອິດສະຣາເອນ. 2ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະເຈົ້າ​ຢາເວ​ສັ່ງ​ໃຫ້​ທ່ານ​ຈັດສັນ​ດິນແດນ​ເພື່ອ​ມອບ​ເປັນ​ມໍລະດົກ​ໂດຍ​ການຈັບສະຫລາກ​ນັ້ນ ແລະ ໃຫ້​ມອບ​ມໍລະດົກ​ຂອງ​ເຊໂລເຟຮັດ​ອ້າຍ​ຂອງ​ຂ້ານ້ອຍ​ໃຫ້​ພວກລູກສາວ​ຂອງ​ລາວ. 3ແຕ່​ສົມມຸດ​ວ່າ​ພວກນາງ​ແຕ່ງງານ​ກັບ​ຜູ້ຊາຍ​ອິດສະຣາເອນ​ທີ່​ມາ​ຈາກ​ເຜົ່າ​ອື່ນ; ແລ້ວ​ມໍລະດົກ​ຂອງ​ພວກນາງ​ກໍ​ຈະ​ກາຍເປັນ​ມໍລະດົກ​ຂອງ​ເຜົ່າ​ທີ່​ພວກນາງ​ແຕ່ງງານ​ນຳ​ນັ້ນ. ດັ່ງນັ້ນ​ມໍລະດົກ​ລວມ​ທີ່​ພວກເຮົາ​ຈັບສະຫລາກ​ໄດ້​ກໍ​ຈະ​ຫລຸດ​ນ້ອຍ​ລົງ. 4ເມື່ອ​ເຖິງ​ປີ​ທີຫ້າສິບ​ຂອງ​ຄົນ​ອິດສະຣາເອນ​ມາ​ເຖິງ, ມໍລະດົກ​ຂອງ​ພວກນາງ​ກໍ​ຈະ​ຖືກ​ລວມເຂົ້າ​ກັບ​ມໍລະດົກ​ຂອງ​ເຜົ່າ​ທີ່​ພວກນາງ​ແຕ່ງງານ​ນຳ, ແລະ ເປັນການ​ເອົາ​ຊັບສິນ​ຂອງ​ພວກນາງ​ໄປ​ຈາກ​ສ່ວນ​ທີ່​ເປັນ​ມໍລະດົກ​ຂອງ​ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ”.
5ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ສັ່ງ​ໂມເຊ​ໃຫ້​ມອບ​ຄຳສັ່ງ​ນີ້​ແກ່​ຄົນ​ອິດສະຣາເອນ​ວ່າ: “ສິ່ງ​ທີ່​ເຜົ່າ​ຂອງ​ເຊື້ອສາຍ​ໂຢເຊັບ​ກຳລັງ​ກ່າວ​ກໍ​ຖືກຕ້ອງ​ແລ້ວ. 6ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ສຳລັບ​ພວກລູກສາວ​ຂອງ​ເຊໂລເຟຮັດ​ຄື: ພວກນາງ​ຈະ​ແຕ່ງງານ​ກັບ​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພວກນາງ​ພໍໃຈ​ແຕ່​ກັບ​ຄົນ​ພາຍໃນ​ເຜົ່າ​ທີ່​ເປັນ​ຕະກຸນ​ຂອງ​ພໍ່​ພວກນາງ. 7ມໍລະດົກ​ໃນ​ອິດສະຣາເອນ​ຈະ​ຕ້ອງ​ບໍ່​ປ່ຽນ​ກຳມະສິດ​ຈາກ​ເຜົ່າ​ໜຶ່ງ​ໄປ​ເປັນ​ຂອງ​ເຜົ່າ​ໜຶ່ງ, ເພາະ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຕ້ອງ​ຮັກສາ​ມໍລະດົກ​ຂອງ​ເຜົ່າ​ທີ່​ຕົກທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຂົາ. 8ລູກສາວ​ຜູ້​ທີ່​ຮັບ​ມໍລະດົກ​ໃນ​ເຜົ່າ​ໃດ​ກໍຕາມ​ຂອງ​ອິດສະຣາເອນ​ຕ້ອງ​ແຕ່ງງານ​ກັບ​ຄົນ​ໃນ​ເຜົ່າ​ດຽວກັນ​ກັບ​ພໍ່​ຂອງ​ນາງ, ເພື່ອ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ໄດ້​ສືບທອດ​ມໍລະດົກ​ຂອງ​ບັນພະບຸລຸດ​ຕົນ. 9ມໍລະດົກ​ຈະ​ບໍ່​ປ່ຽນ​ກຳມະສິດ​ຈາກ​ເຜົ່າ​ໜຶ່ງ​ໄປ​ສູ່​ອີກ​ເຜົ່າ​ໜຶ່ງ, ເພາະ​ຄົນ​ອິດສະຣາເອນ​ແຕ່ລະ​ເຜົ່າ​ຈະ​ຕ້ອງ​ຮັກສາ​ມໍລະດົກ​ຂອງ​ຕົນ​ໄວ້”.
10ດັ່ງນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຈຶ່ງ​ຕ້ອງ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້. 11ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮຄະລາ, ມີລະກາ ແລະ ໂນອາ ຈຶ່ງ​ໄດ້​ແຕ່ງງານ​ກັບ​ລູກອ້າຍລູກນ້ອງ​ທາງ​ພໍ່​ຂອງ​ຕົນ. 12ພວກນາງ​ແຕ່ງງານ​ກັບ​ຜູ້ຊາຍ​ໃນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ ມໍລະດົກ​ຂອງ​ພວກນາງ​ຈຶ່ງ​ຍັງ​ຢູ່​ໃນ​ເຜົ່າ ແລະ ຕະກຸນ​ພໍ່​ຂອງ​ຕົນ.
13ທັງໝົດ​ນີ້​ຄື​ຄຳສັ່ງ ແລະ ລະບຽບການ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ຄົນ​ອິດສະຣາເອນ​ຜ່ານ​ໂມເຊ​ໃນ​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in