ຈົດບັນຊີ 36
36
ມໍລະດົກຂອງບັນດາລູກສາວຂອງເຊໂລເຟຮັດ
(ຈບຊ 27:1-11)
1ບັນດາຫົວໜ້າຄອບຄົວໃນຕະກຸນກີເລອາດລູກຊາຍຂອງມາກີ, ລູກຊາຍຂອງມານາເຊ, ຜູ້ຢູ່ໃນຕະກຸນຕ່າງໆຂອງເຊື້ອສາຍໂຢເຊັບ, ໄດ້ມາພົບ ແລະ ເວົ້າຕໍ່ໜ້າໂມເຊ ແລະ ພວກຜູ້ນຳທີ່ເປັນຫົວໜ້າຄອບຄົວຂອງຄົນອິດສະຣາເອນ. 2ພວກເຂົາເວົ້າວ່າ, “ເມື່ອພຣະເຈົ້າຢາເວສັ່ງໃຫ້ທ່ານຈັດສັນດິນແດນເພື່ອມອບເປັນມໍລະດົກໂດຍການຈັບສະຫລາກນັ້ນ ແລະ ໃຫ້ມອບມໍລະດົກຂອງເຊໂລເຟຮັດອ້າຍຂອງຂ້ານ້ອຍໃຫ້ພວກລູກສາວຂອງລາວ. 3ແຕ່ສົມມຸດວ່າພວກນາງແຕ່ງງານກັບຜູ້ຊາຍອິດສະຣາເອນທີ່ມາຈາກເຜົ່າອື່ນ; ແລ້ວມໍລະດົກຂອງພວກນາງກໍຈະກາຍເປັນມໍລະດົກຂອງເຜົ່າທີ່ພວກນາງແຕ່ງງານນຳນັ້ນ. ດັ່ງນັ້ນມໍລະດົກລວມທີ່ພວກເຮົາຈັບສະຫລາກໄດ້ກໍຈະຫລຸດນ້ອຍລົງ. 4ເມື່ອເຖິງປີທີຫ້າສິບຂອງຄົນອິດສະຣາເອນມາເຖິງ, ມໍລະດົກຂອງພວກນາງກໍຈະຖືກລວມເຂົ້າກັບມໍລະດົກຂອງເຜົ່າທີ່ພວກນາງແຕ່ງງານນຳ, ແລະ ເປັນການເອົາຊັບສິນຂອງພວກນາງໄປຈາກສ່ວນທີ່ເປັນມໍລະດົກຂອງເຜົ່າທີ່ເປັນບັນພະບຸລຸດຂອງພວກເຮົາ”.
5ແລ້ວພຣະເຈົ້າຢາເວຈຶ່ງສັ່ງໂມເຊໃຫ້ມອບຄຳສັ່ງນີ້ແກ່ຄົນອິດສະຣາເອນວ່າ: “ສິ່ງທີ່ເຜົ່າຂອງເຊື້ອສາຍໂຢເຊັບກຳລັງກ່າວກໍຖືກຕ້ອງແລ້ວ. 6ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວສັ່ງສຳລັບພວກລູກສາວຂອງເຊໂລເຟຮັດຄື: ພວກນາງຈະແຕ່ງງານກັບຜູ້ໃດກໍໄດ້ຕາມທີ່ພວກນາງພໍໃຈແຕ່ກັບຄົນພາຍໃນເຜົ່າທີ່ເປັນຕະກຸນຂອງພໍ່ພວກນາງ. 7ມໍລະດົກໃນອິດສະຣາເອນຈະຕ້ອງບໍ່ປ່ຽນກຳມະສິດຈາກເຜົ່າໜຶ່ງໄປເປັນຂອງເຜົ່າໜຶ່ງ, ເພາະຄົນອິດສະຣາເອນທຸກຄົນຈະຕ້ອງຮັກສາມໍລະດົກຂອງເຜົ່າທີ່ຕົກທອດມາຈາກບັນພະບຸລຸດຂອງພວກເຂົາ. 8ລູກສາວຜູ້ທີ່ຮັບມໍລະດົກໃນເຜົ່າໃດກໍຕາມຂອງອິດສະຣາເອນຕ້ອງແຕ່ງງານກັບຄົນໃນເຜົ່າດຽວກັນກັບພໍ່ຂອງນາງ, ເພື່ອວ່າຄົນອິດສະຣາເອນທຸກຄົນຈະໄດ້ສືບທອດມໍລະດົກຂອງບັນພະບຸລຸດຕົນ. 9ມໍລະດົກຈະບໍ່ປ່ຽນກຳມະສິດຈາກເຜົ່າໜຶ່ງໄປສູ່ອີກເຜົ່າໜຶ່ງ, ເພາະຄົນອິດສະຣາເອນແຕ່ລະເຜົ່າຈະຕ້ອງຮັກສາມໍລະດົກຂອງຕົນໄວ້”.
10ດັ່ງນັ້ນ ບັນດາລູກສາວຂອງເຊໂລເຟຮັດຈຶ່ງຕ້ອງປະຕິບັດຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້. 11ບັນດາລູກສາວຂອງເຊໂລເຟຮັດຄື: ມາຮະລາ, ຕີຣະຊາ, ໂຮຄະລາ, ມີລະກາ ແລະ ໂນອາ ຈຶ່ງໄດ້ແຕ່ງງານກັບລູກອ້າຍລູກນ້ອງທາງພໍ່ຂອງຕົນ. 12ພວກນາງແຕ່ງງານກັບຜູ້ຊາຍໃນຕະກຸນຕ່າງໆຂອງເຜົ່າມານາເຊລູກຊາຍຂອງໂຢເຊັບ ແລະ ມໍລະດົກຂອງພວກນາງຈຶ່ງຍັງຢູ່ໃນເຜົ່າ ແລະ ຕະກຸນພໍ່ຂອງຕົນ.
13ທັງໝົດນີ້ຄືຄຳສັ່ງ ແລະ ລະບຽບການທີ່ພຣະເຈົ້າຢາເວໄດ້ມອບໃຫ້ຄົນອິດສະຣາເອນຜ່ານໂມເຊໃນທົ່ງພຽງໂມອາບແຄມແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣິໂກ.
Currently Selected:
ຈົດບັນຊີ 36: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.