YouVersion Logo
Search Icon

ຈົດບັນຊີ 33

33
ໄລຍະ​ການເດີນທາງ​ຂອງ​ອິດສະຣາເອນ
1ນີ້​ຄື​ໄລຍະ​ໃນ​ການເດີນທາງ​ຂອງ​ອິດສະຣາເອນ​ເມື່ອ​ພວກເຂົາ​ອອກມາ​ຈາກ​ເອຢິບ​ໂດຍ​ແບ່ງ​ເປັນ​ໝວດ​ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ ແລະ ອາໂຣນ. 2ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ໂມເຊ​ຈຶ່ງ​ໄດ້​ບັນທຶກ​ການເດີນທາງ​ຂອງ​ພວກເຂົາ​ທຸກ​ໄລຍະ.
3ຄົນ​ອິດສະຣາເອນ​ອອກ​ຈາກ​ເມືອງ​ຣາມາເຊັດ​ໃນ​ມື້​ທີສິບຫ້າ​ເດືອນ​ທີ​ໜຶ່ງ, ມື້​ຕໍ່ມາ​ຫລັງ​ຈາກ​ປັດສະຄາ. ພວກເຂົາ​ເດີນ​ເປັນ​ຂະບວນ​ອອກມາ​ຢ່າງ​ສະຫງ່າຜ່າເຜີຍ​ຕໍ່ໜ້າ​ຊາວເອຢິບ​ທັງໝົດ, 4ຊື່ງ​ກຳລັງ​ຫຍຸ້ງ​ຢູ່​ກັບການ​ຝັງ​ສົບ​ລູກຊາຍ​ກົກ​ທີ່​ຖືກ​ພຣະເຈົ້າ​ຢາເວ​ຂ້າ​ຕາຍ; ເພາະ​ພຣະເຈົ້າ​ຢາເວ​ໄດ້​ນຳ​ເອົາ​ການລົງໂທດ​ມາ​ສູ່​ພະ​ຕ່າງໆ​ຂອງ​ພວກເຂົາ.
5ຄົນ​ອິດສະຣາເອນ​ອອກຈາກ​ຣາມາເຊັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຊຸກໂກດ.
6ພວກເຂົາ​ອອກ​ຈາກ​ຊຸກໂກດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເອທາມ, ຢູ່​ໃກ້​ຖິ່ນແຫ້ງແລ້ງກັນດານ.
7ພວກເຂົາ​ອອກ​ຈາກ​ເອທາມ, ກັບຄືນ​ໄປ​ສູ່​ປີຮາຮີໂຣດ, ໄປ​ຍັງ​ທິດຕາເວັນອອກ​ຂອງ​ບາອານເຊໂຟນ, ແລະ ຕັ້ງ​ທີ່ພັກ​ອາໄສ​ໃກ້​ມິກໂດນ.
8ພວກເຂົາ​ອອກ​ຈາກ​ປີຮາຮີໂຣດ ແລະ ຂ້າມ​ທະເລ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ, ແລະ ເມື່ອ​ພວກເຂົາ​ເດີນທາງ​ເປັນ​ເວລາ​ສາມ​ວັນ​ໃນ​ຖິ່ນແຫ້ງແລ້ງກັນດານ​ເອທາມ​ແລ້ວ, ພວກເຂົາ​ກໍ​ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມາຣາ.
9ພວກເຂົາ​ອອກ​ຈາກ​ມາຣາ ແລະ ໄປ​ສູ່​ເອລິມ, ບ່ອນ​ທີ່​ມີ​ນ້ຳພຸ​ສິບສອງ​ບ່ອນ ແລະ ມີ​ຕົ້ນປາມ​ເຈັດສິບ​ຕົ້ນ, ແລະ ພວກເຂົາ​ຕັ້ງ​ທີ່ພັກ​ອາໄສ​ຢູ່​ທີ່​ນັ້ນ.
10ພວກເຂົາ​ອອກ​ຈາກ​ເອລິມ ແລະ ພວກເຂົາ​ກໍ​ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ແຄມ​ທະເລແດງ.#33:10 ຄື ທະເລ​ໄມ້ອໍ້; ເໝືອນກັນ​ໃນ​ຂໍ້ 11
11ພວກເຂົາ​ອອກ​ຈາກ​ທະເລແດງ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ໃນ​ຖິ່ນແຫ້ງແລ້ງກັນດານ​ສິນ.
12ພວກເຂົາ​ອອກ​ຈາກ​ຖິ່ນແຫ້ງແລ້ງກັນດານ​ສິນ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂດບຟະກາ.
13ພວກເຂົາ​ອອກ​ຈາກ​ໂດບຟະກາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາລູຊາ.
14ພວກເຂົາ​ອອກ​ຈາກ​ອາລູຊາ ແລະ ມາ​ຕັ້ງ​ທີ່ພັກ​ທີ່​ເຣຟີດີມ, ບ່ອນ​ທີ່​ບໍ່​ມີ​ນ້ຳ​ໃຫ້​ປະຊາຊົນ​ດື່ມ.
15ພວກເຂົາ​ອອກ​ຈາກ​ເຣຟີດີມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ.
16ພວກເຂົາ​ອອກ​ຈາກ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ກີບາໂຣດຫັດຕາວາ.
17ພວກເຂົາ​ອອກ​ຈາກ​ກີບາໂຣດຫັດຕາວາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາເຊໂຣດ.
18ພວກເຂົາ​ອອກ​ຈາກ​ຮາເຊໂຣດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິດທະມາ.
19ພວກເຂົາ​ອອກ​ຈາກ​ຣິດທະມາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິມໂມນເປເຣັດ.
20ພວກເຂົາ​ອອກ​ຈາກ​ຣິມໂມນເປເຣັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ລິບນາ.
21ພວກເຂົາ​ອອກ​ຈາກ​ລິບນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິດຊາ.
22ພວກເຂົາ​ອອກ​ຈາກ​ຣິດຊາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເຄເຮລາທາ.
23ພວກເຂົາ​ອອກ​ຈາກ​ເຄເຮລາທາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ພູ​ເຊເຟ.
24ພວກເຂົາ​ອອກ​ຈາກ​ພູ​ເຊເຟ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາຣາດາ.
25ພວກເຂົາ​ອອກ​ຈາກ​ຮາຣາດາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມາເຄໂລດ.
26ພວກເຂົາ​ອອກ​ຈາກ​ມາເຄໂລດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຕາຫັດ.
27ພວກເຂົາ​ອອກ​ຈາກ​ຕາຫັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເຕຣາ.
28ພວກເຂົາ​ອອກ​ຈາກ​ເຕຣາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມິດຄາ.
29ພວກເຂົາ​ອອກ​ຈາກ​ມິດຄາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາຊະໂມນາ.
30ພວກເຂົາ​ອອກ​ຈາກ​ຮາຊະໂມນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂມເຊໂຣດ.
31ພວກເຂົາ​ອອກ​ຈາກ​ໂມເຊໂຣດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເບເນຢາອາການ.
32ພວກເຂົາ​ອອກ​ຈາກ​ເບເນຢາອາການ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂຮເຣຮັກກິດກາດ.
33ພວກເຂົາ​ອອກ​ຈາກ​ໂຮເຣຮັກກິດກາດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂຢດບາທາ.
34ພວກເຂົາ​ອອກ​ຈາກ​ໂຢດບາທາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາບະໂຣນາ.
35ພວກເຂົາ​ອອກ​ຈາກ​ອາບະໂຣນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເອຊີໂອນເກເບ.
36ພວກເຂົາ​ອອກ​ຈາກ​ເອຊີໂອນເກເບ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ຢູ່​ທີ່​ກາເດັດ, ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ.
37ພວກເຂົາ​ອອກ​ຈາກ​ກາເດັດ ແລະ ມາ​ຕັ້ງ​ທີ່ພັກ​ທີ່​ພູ​ໂຮເຣ, ຕິດ​ກັບ​ຊາຍແດນ​ຂອງ​ເອໂດມ. 38ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ປະໂລຫິດ​ອາໂຣນ​ກໍ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ, ບ່ອນ​ທີ່​ເພິ່ນ​ໄດ້​ເສຍ​ຊີວິດ​ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫ້າ​ປີ​ທີ​ສີ່ສິບ​ຫລັງຈາກ​ທີ່​ຄົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ເອຢິບ. 39ອາໂຣນ​ມີ​ອາຍຸ 123 ປີ ເມື່ອ​ເພິ່ນ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ພູ​ໂຮເຣ.
40ກະສັດ​ອາຣາດ​ແຫ່ງ​ການາອານ, ຜູ້​ທີ່​ອາໄສ​ຢູ່​ໃນ​ເນເກັບ​ທີ່​ການາອານ, ໄດ້​ຍິນ​ຂ່າວ​ວ່າ​ຄົນ​ອິດສະຣາເອນ​ກຳລັງ​ມາ.
41ພວກເຂົາ​ອອກ​ຈາກ​ພູ​ໂຮເຣ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຊານໂມນາ.
42ພວກເຂົາ​ອອກ​ຈາກ​ຊານໂມນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ປູໂນນ.
43ພວກເຂົາ​ອອກ​ຈາກ​ປູໂນນ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂອໂບດ.
44ພວກເຂົາ​ອອກ​ຈາກ​ໂອໂບດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໄອເຢອາບາຣິມ, ຕິດ​ກັບ​ຊາຍແດນ​ຂອງ​ໂມອາບ.
45ພວກເຂົາ​ອອກ​ຈາກ​ອິເຢອາບາຣິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ດີໂບນກາດ.
46ພວກເຂົາ​ອອກ​ຈາກ​ດີໂບນກາດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາລະໂມນດິບລະທາອິມ.
47ພວກເຂົາ​ອອກ​ຈາກ​ອາລະໂມນດິບລະທາອິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ພູ​ອາບາຣິມ, ໃກ້​ກັບ​ເນໂບ.
48ພວກເຂົາ​ອອກ​ຈາກ​ພູ​ອາບາຣິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ. 49ທີ່​ທົ່ງພຽງ​ໂມອາບ​ພວກເຂົາ​ໄດ້​ຕັ້ງ​ທີ່ພັກ​ອາໄສ​ເລາະ​ໄປ​ຕາມ​ແມ່ນ້ຳ​ຈໍແດນ​ຈາກ​ເບັດເຢຊີໂມດ​ຈົນ​ມາ​ເຖິງ​ອາເບັນຊິດຕິມ.
50ທີ່​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 51“ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ເມື່ອ​ພວກເຈົ້າ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປສູ່​ດິນແດນ​ການາອານ​ນັ້ນ, 52ຈົ່ງ​ຂັບໄລ່​ກຸ່ມຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ກ່ອນໜ້າ​ພວກເຈົ້າ​ນັ້ນ​ອອກ​ໄປ​ໃຫ້​ໝົດ. ຈົ່ງ​ທຳລາຍ​ຮູບ​ແກະສະຫລັກ ແລະ ຮູບເຄົາລົບ​ທີ່​ຫລໍ່​ຂຶ້ນ​ຂອງ​ພວກເຂົາ, ແລະ ມ້າງ​ສະຖານ​ທີ່​ບູຊາ​ທີ່​ສູງ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ. 53ຈົ່ງ​ເຂົ້າ​ຢຶດຄອງ​ດິນແດນ ແລະ ຕັ້ງ​ຖິ່ນຖານ​ໃນ​ທີ່​ນັ້ນ, ເພາະ​ເຮົາ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ພວກເຈົ້າ​ແລ້ວ. 54ຈົ່ງ​ແບ່ງປັນ​ດິນແດນ​ໂດຍ​ການຈັບສະຫລາກ, ຕາມ​ຕະກຸນ​ຂອງ​ພວກເຈົ້າ. ພວກທີ່​ເປັນ​ກຸ່ມ​ໃຫຍ່​ກໍ​ຈົ່ງ​ໃຫ້​ພື້ນທີ່​ໃຫຍ່​ກວ່າ, ແລະ ພວກ​ທີ່​ເປັນ​ກຸ່ມ​ນ້ອຍ​ກວ່າ​ກໍ​ຈົ່ງ​ແບ່ງ​ພື້ນທີ່​ໃຫ້​ນ້ອຍ​ກວ່າ. ສິ່ງ​ທີ່​ພວກເຂົາ​ຈັບສະຫລາກ​ໄດ້​ກໍ​ຈະ​ເປັນ​ຂອງ​ພວກເຂົາ. ຈົ່ງ​ແບ່ງປັນ​ດິນແດນ​ຕາມ​ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ພວກເຈົ້າ.
55“ ‘ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ຂັບໄລ່​ພວກຄົນທີ່ອາໄສຢູ່​ໃນ​ດິນແດນ​ນັ້ນ​ອອກ​ໄປ, ພວກຄົນ​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ກາຍ​ເປັນ​ສ້ຽນ​ທີ່​ຢູ່​ໃນ​ຕາ​ຂອງ​ພວກເຈົ້າ ແລະ ເປັນ​ໜາມ​ແທງ​ຂ້າງ​ພວກເຈົ້າ. ພວກເຂົາ​ຈະ​ເອົາ​ບັນຫາ​ເຂົ້າ​ມາ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສຢູ່. 56ແລະ ຫລັງຈາກ​ນັ້ນ​ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ໃນ​ສິ່ງ​ທີ່​ເຮົາ​ວາງແຜນ​ຈະ​ເຮັດ​ກັບ​ພວກເຂົາ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ຈົດບັນຊີ 33