ຈົດບັນຊີ 32
32
ເຜົ່າທີ່ຢູ່ທາງດ້ານຕາເວັນອອກຂອງແມ່ນ້ຳຈໍແດນ
1ຊາວເຜົ່າຣູເບັນ ແລະ ຊາວເຜົ່າກາດ, ຜູ້ມີຝູງສັດ ແລະ ຝູງແກະຈຳນວນຫລາຍ, ຈຶ່ງເຫັນວ່າດິນແດນຢາເຊ ແລະ ກີເລອາດເໝາະສຳລັບສັດລ້ຽງ. 2ດັ່ງນັ້ນພວກເຂົາຈຶ່ງພາກັນມາພົບໂມເຊ ແລະ ປະໂລຫິດເອເລອາຊາ ແລະ ບັນດາຜູ້ນຳຂອງຊຸມຊົນ, ແລ້ວກ່າວວ່າ, 3“ອາຕາໂຣດ, ດີໂບນ, ຢາເຊ, ນິມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ ເບໂອນ 4ດິນແດນທີ່ພຣະເຈົ້າຢາເວເອົາຊະນະຕໍ່ໜ້າປະຊາຊົນອິດສະຣາເອນເປັນບ່ອນທີ່ເໝາະສຳລັບສັດລ້ຽງຂອງພວກຂ້ານ້ອຍທັງຫລາຍ. 5ຖ້າພວກເຮົາໄດ້ຮັບຄວາມກະລຸນາໃນສາຍຕາຂອງພວກທ່ານແລ້ວ, ຂໍຈົ່ງມອບດິນແດນໃຫ້ຢູ່ໃນການຄອບຄອງຂອງຜູ້ຮັບໃຊ້ຂອງທ່ານແທນດິນແດນດ້ານຝັງແມ່ນ້ຳຈໍແດນນັ້ນເທີນ”.
6ໂມເຊກ່າວກັບຊາວເຜົ່າກາດ ແລະ ຊາວເຜົ່າຣູເບັນວ່າ, “ຈະໃຫ້ພີ່ນ້ອງອິດສະຣາເອນອອກໄປສູ່ສົງຄາມຂະນະທີ່ພວກເຈົ້ານັ່ງຢູ່ທີ່ນີ້ບໍ? 7ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ຄົນອິດສະຣາເອນໝົດກຳລັງໃຈຈາກການຂ້າມໄປສູ່ດິນແດນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ? 8ບັນພະບຸລຸດຂອງພວກເຈົ້າກໍ່ໄດ້ເຮັດເຊັ່ນນີ້ເມື່ອເຮົາສົ່ງພວກເຂົາອອກຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ. 9ຫລັງຈາກພວກເຂົາກັບຈາກຮ່ອມພູເອັດຊະໂຄນ ແລະ ເຫັນດິນແດນນັ້ນແລ້ວ, ພວກເຂົາກໍເຮັດໃຫ້ຄົນອິດສະຣາເອນໝົດກຳລັງໃຈທີ່ຈະເຂົ້າໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ. 10ໃນວັນນັ້ນພຣະເຈົ້າຢາເວເກີດຄວາມໂກດຮ້າຍຂຶ້ນ ແລະ ພຣະອົງໄດ້ສັນຍາດັ່ງນີ້ວ່າ: 11‘ເພາະວ່າພວກເຂົາບໍ່ໄດ້ຕິດຕາມເຮົາຢ່າງສຸດໃຈ, ຈະບໍ່ມີຈັກຄົນໃນພວກທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນທີ່ອອກມາຈາກເອຢິບຈະໄດ້ເຫັນດິນແດນທີ່ເຮົາສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ 12ບໍ່ມີຈັກຄົນເລີຍ ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະ ໂຢຊວຍລູກຊາຍຂອງນູນ, ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວຢ່າງສຸດໃຈ’. 13ພຣະເຈົ້າຢາເວໂກດຮ້າຍຄົນອິດສະຣາເອນ ແລະ ເຮັດໃຫ້ພວກເຂົາພະເນຈອນຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ, ຈົນກວ່າຄົນໃນຊົ່ວອາຍຸນັ້ນທີ່ເຮັດຊົ່ວໃນສາຍຕາຂອງພຣະອົງໄດ້ຕາຍໄປທັງໝົດ.
14“ແລະ ພວກເຈົ້າກໍຢູ່ທີ່ນີ້ກຸ່ມຂອງຄົນບາບ, ຜູ້ທີ່ເດີນຕາມຮອຍບັນພະບຸລຸດຂອງພວກເຈົ້າ ແລະ ພວກເຈົ້າຍິ່ງເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍຄົນອິດສະຣາເອນຫລາຍຂຶ້ນຕື່ມ. 15ຖ້າພວກເຈົ້າຫັນໜີໄປຈາກການຕິດຕາມພຣະອົງ, ພຣະອົງຈະປ່ອຍປະຊາຊົນທັງໝົດນີ້ໄວ້ໃນຖິ່ນແຫ້ງແລ້ງກັນດານອີກ ແລະ ພວກເຈົ້າຈະເປັນຕົ້ນເຫດຂອງຄວາມຈິບຫາຍຂອງພວກເຂົາ”.
16ແລ້ວພວກເຂົາຈຶ່ງມາຊີ້ແຈງ ແລະ ກ່າວວ່າ, “ພວກເຮົາຢາກສ້າງພຽງຄອກສຳລັບສັດລ້ຽງຂອງພວກເຮົາ ແລະ ສ້າງບ້ານເຮືອນສຳລັບຜູ້ຍິງ ແລະ ເດັກນ້ອຍຂອງພວກເຮົາ. 17ແຕ່ພວກເຮົາຈະປະກອບອາວຸດເພື່ອການສູ້ຮົບ#32:17 ເຊັບຕູອາຈິນ; ພາສາເຮັບເຣີວ່າ: ຈະປະກອບອາວຸດໂດຍພວກເຮົາເອງນຳໜ້າຄົນອິດສະຣາເອນຈົນກວ່າຈະນຳພວກເຂົາໄປຍັງດິນແດນຂອງພວກເຂົາ. ໃນຂະນະດຽວກັນນັ້ນພວກແມ່ຍິງ ແລະ ເດັກນ້ອຍຈະອາໄສໃນເມືອງທີ່ມີປ້ອມປ້ອງກັນ, ເພື່ອປົກປ້ອງຈາກຄົນທ້ອງຖິນຂອງດິນແດນນັ້ນ. 18ພວກເຮົາຈະບໍ່ກັບຄືນສູ່ບ້ານເຮືອນຈົນກວ່າຄົນອິດສະຣາເອນທຸກຄົນໄດ້ຮັບມໍລະດົກຂອງພວກເຂົາ. 19ພວກເຮົາຈະບໍ່ຮັບດິນແດນໃດໆກັບພວກເຂົາຢູ່ແມ່ນ້ຳຈໍແດນກ້ຳນັ້ນ, ເພາະມໍລະດົກຂອງພວກເຮົາໄດ້ມາສູ່ພວກເຮົາທາງດ້ານຕາວັນອອກຂອງແມ່ນ້ຳຈໍແດນກ້ຳນີ້”.
20ແລ້ວໂມເຊຈຶ່ງກ່າວຕໍ່ພວກເຂົາວ່າ, “ຖ້າພວກເຈົ້າຈະເຮັດເຊັ່ນນີ້ຄື: ຈະປະກອບອາວຸດສູ້ຮົບຝ່າຍພຣະເຈົ້າຢາເວ 21ແລະ ຖ້າພວກເຈົ້າທຸກຄົນໄດ້ປະກອບອາວຸດແລ້ວຂ້າມແມ່ນ້ຳຈໍແດນໄປຕໍ່ໜ້າພຣະເຈົ້າຢາເວຈົນກວ່າພຣະອົງໄດ້ຂັບໄລ່ສັດຕູອອກໄປພົ້ນໜ້າພຣະອົງ 22ພວກເຈົ້າຈະກັບຄືນມາໄດ້ກໍຕໍ່ເມື່ອດິນແດນແຫ່ງນັ້ນຖືກປາບລົງຕໍ່ໜ້າພຣະເຈົ້າຢາເວ ແລະ ຕໍ່ອິດສະຣາເອນ. ແລະ ດິນແດນນີ້ຈະເປັນກຳມະສິດຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ.
23“ແຕ່ຖ້າພວກເຈົ້າບໍ່ເຮັດໃນສິ່ງນີ້ໄດ້, ພວກເຈົ້າກໍຈະເປັນຜູ້ທີ່ກຳລັງເຮັດບາບຕໍ່ພຣະເຈົ້າຢາເວ; ແລະ ຂໍໃຫ້ພວກເຈົ້າໝັ້ນໃຈວ່າຄວາມບາບນັ້ນຈະຕາມສະໜອງພວກເຈົ້າ. 24ຈົ່ງໄປສ້າງເມືອງໃຫ້ພວກຜູ້ຍິງ ແລະ ເດັກນ້ອຍຂອງພວກເຈົ້າ, ແລະ ສ້າງຄອກໃຫ້ຝູງສັດຂອງພວກເຈົ້າ, ແຕ່ຈົ່ງເຮັດຕາມທີ່ພວກເຈົ້າໄດ້ສັນຍາໄວ້”.
25ຊາວເຜົ່າກາດ ແລະ ຊາວເຜົ່າຣູເບັນກ່າວຕໍ່ໂມເຊວ່າ, “ພວກເຮົາຜູ້ຮັບໃຊ້ຂອງທ່ານຈະເຮັດຕາມທີ່ເຈົ້ານາຍຂອງພວກເຮົາສັ່ງ. 26ພວກລູກຫລານ ເມຍຂອງພວກເຮົາ ແລະ ຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຮົາຈະຍັງຢູ່ທີ່ເມືອງຕ່າງໆຂອງກີເລອາດ. 27ແຕ່ພວກຜູ້ຮັບໃຊ້ຂອງທ່ານ, ທີ່ເປັນຜູ້ຊາຍທຸກຄົນຈະປະກອບອາວຸດເພື່ອການສູ້ຮົບ, ຈະຂ້າມໄປສູ້ຮົບຕໍ່ໜ້າພຣະເຈົ້າຢາເວ, ຕາມທີ່ເຈົ້ານາຍຂອງພວກເຮົາບອກ”.
28ແລ້ວໂມເຊຈຶ່ງໄດ້ມອບຄຳສັ່ງແກ່ປະໂລຫິດເອເລອາຊາ ແລະ ໂຢຊວຍລູກຊາຍຂອງນູນ ແລະ ຫົວໜ້າຄອບຄົວຂອງເຜົ່າຕ່າງໆຂອງອິດສະຣາເອນກ່ຽວກັບຄົນເຫລົ່ານີ້ວ່າ, 29“ຖ້າຜູ້ຊາຍຂອງຊາວເຜົ່າກາດ ແລະ ຊາວເຜົ່າຣູເບັນທຸກຄົນປະກອບອາວຸດເພື່ອການສູ້ຮົບ, ຂ້າມແມ່ນ້ຳຈໍແດນໄປພ້ອມກັບພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ແລະ ເມື່ອດິນແດນຖືກປາບລົງຕໍ່ໜ້າພວກເຈົ້າແລ້ວ, ພວກເຈົ້າຕ້ອງມອບດິນແດນກີເລອາດໃຫ້ເປັນກຳມະສິດຂອງພວກເຂົາ. 30ແຕ່ຖ້າພວກເຂົາບໍ່ໄດ້ຂ້າມໄປກັບພວກເຈົ້າ, ພວກເຂົາຕ້ອງຮັບກຳມະສິດຂອງພວກເຂົາຮ່ວມກັບເຜົ່າອື່ນໆໃນການາອານ”.
31ຊາວເຜົ່າກາດ ແລະ ຊາວເຜົ່າຣູເບັນໄດ້ຕອບວ່າ, “ພວກຜູ້ຮັບໃຊ້ຂອງທ່ານຈະປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ກ່າວ. 32ພວກເຮົາຈະຂ້າມໄປພ້ອມກັບອາວຸດຕໍ່ໜ້າພຣະເຈົ້າຢາເວສູ່ການາອານ, ແຕ່ຊັບສິນທີ່ເປັນມໍລະດົກຂອງພວກເຮົາຈະຢູ່ກ້ຳນີ້ຂອງແມ່ນ້ຳຈໍແດນ”.
33ໂມເຊຈຶ່ງກຳນົດໃຫ້ອານາຈັກຂອງກະສັດສີໂຫນຊາວອາໂມ ແລະ ອານາຈັກຂອງກະສັດໂອກແຫ່ງບາຊານພ້ອມດ້ວຍດິນແດນ ແລະ ເມືອງຕ່າງໆທີ່ຢູ່ໃນບໍລິເວນນັ້ນ ແກ່ຊາວເຜົ່າກາດ, ຊາວເຜົ່າຣູເບັນ ແລະ ເຄິ່ງໜື່ງຂອງຊາວເຜົ່າມານາເຊລູກຊາຍຂອງໂຢເຊັບ.
34ຊາວເຜົ່າກາດສ້າງເມືອງຄື: ດີໂບນ, ອາຕາໂຣດ, ອາໂຣເອ, 35ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ, 36ເບັດນິມຣາ ແລະ ເບັດຮາຣານທີ່ເປັນເມືອງທີ່ມີປ້ອມປ້ອງກັນ, ແລະສ້າງຄອກສຳລັບຝູງແກະຂອງພວກເຂົາ. 37ແລະ ຊາວເຜົ່າຣູເບັນສ້າງເມືອງເຮັດຊະໂບນ, ເອເລອາເລ ແລະ ກິຣິອາທາອິມ, 38ເນໂບ ແລະ ບາອານເມໂອນ (ຊື່ເຫລົ່ານີ້ໄດ້ຖືກປ່ຽນ) ແລະ ສິບມາ. ພວກເຂົາຕັ້ງຊື່ເມືອງທີ່ພວກເຂົາໄດ້ສ້າງຂຶ້ນໃໝ່.
39ເຊື້ອສາຍຂອງມາກີລູກຊາຍຂອງມານາເຊໄປຕີເມືອງກີເລອາດ, ແລະ ຂັບໄລ່ຊາວອາໂມທີ່ຢູ່ທີ່ນັ້ນອອກໄປ. 40ດັ່ງນັ້ນໂມເຊຈຶ່ງມອບກີເລອາດໃຫ້ແກ່ຊາວມາກີ, ເຊື້ອສາຍຂອງມານາເຊ, ແລະ ພວກເຂົາໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ. 41ຢາອີ, ເຊື້ອສາຍຂອງມານາເຊ, ໄດ້ຍຶດເອົາຖິ່ນຖານຂອງພວກເຂົາ ແລະ ເອີ້ນບ່ອນນັ້ນວ່າ ຮັບໂວດຢາອີ.#32:41 ຫລື ຖິ່ນຖານຂອງຢາອີ 42ແລະ ໂນບາໄດ້ຍຶດເອົາເກນາດ ແລະ ຕັ້ງຖິ່ນຖານທີ່ຢູ່ອ້ອມຮອບທີ່ນັ້ນ ແລະ ເອີ້ນທີ່ນັ້ນວ່າໂນບາຕາມຊື່ຂອງຕົນ.
Currently Selected:
ຈົດບັນຊີ 32: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: