ເອເຊກຽນ 48
48
ການແບ່ງດິນແດນ
1“ນີ້ແມ່ນລາຍຊື່ຂອງເຜົ່າຕ່າງໆ ທີ່ໄດ້ລະບຸໄວ້ຕາມຊື່ດັ່ງນີ້:
“ທີ່ຊາຍແດນດ້ານເໜືອ ດານຈະໄດ້ຮັບໜຶ່ງສ່ວນ ຕາມເສັ້ນທາງເຫດໂລນໄປຈົນເຖິງເລໂບຮາມັດ#48:1 ຫລື ທາງເຂົ້າສູ່ຮາມັດ ແລະ ຮາຊາເອນານ ແລະ ຊາຍແດນດ້ານເໜືອຂອງດາມັສກັດ ຖັດຈາກຮາມັດຈະເປັນສ່ວນຂອງຊາຍແດນຈາກດ້ານທິດຕາເວັນອອກໄປຫາດ້ານທິດຕາເວັນຕົກ.
2ອາເຊຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງດານຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ.
3ເນັບທາລີຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງອາເຊຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ.
4ມານາເຊຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງເນັບທາລີຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ.
5ເອຟຣາອິມຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງມານາເຊຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ.
6ຣູເບັນຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງເອຟຣາອິມຈາກທິດຕາເວັນອອກຈົນເຖິງຕາເວັນຕົກ.
7ຢູດາຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງຣູເບັນຈາກທິດຕາເວັນອອກຈົນເຖິງຕາເວັນຕົກ.
8“ຖັດຈາກຊາຍແດນຂອງຢູດາຈາກທິດຕາເວັນອອກໄປຈົນເຖິງທິດຕາເວັນຕົກຈະເປັນສ່ວນພິເສດທີ່ພວກເຈົ້າຕ້ອງຖວາຍ ເຊິ່ງມີຄວາມກວ້າງ 25.000 ສອກ#48:8 ຄື ປະມານ 12,5 ກິໂລແມັດ ເຊັ່ນດຽວກັບຂໍ້ 9, 10, 13, 15, 20 ແລະ 21. ແລະ ມີຄວາມຍາວຈາກທິດຕາເວັນອອກໄປຫາທິດຕາເວັນຕົກຈະເທົ່າກັບສ່ວນແບ່ງຂອງແຕ່ລະເຜົ່າ; ສະຖານນະມັດສະການຈະຢູ່ທີ່ສູນກາງຂອງສ່ວນນີ້.
9“ສ່ວນພິເສດທີ່ພວກເຈົ້າຈະຕ້ອງຖວາຍແກ່ພຣະເຈົ້າຢາເວນີ້ຈະມີຄວາມຍາວ 25.000 ສອກ ແລະ ຄວາມກວ້າງ 10.000 ສອກ.#48:9 ຄື ປະມານ 5 ກິໂລແມັດ ເຊັ່ນດຽວກັບຂໍ້ 10, 13 ແລະ 18. 10ຕໍ່ໄປນີ້ເປັນເຂດສັກສິດສຳລັບບັນດາປະໂລຫິດ. ສ່ວນນີ້ແມ່ນມີຄວາມຍາວແມ່ນແທກຂຶ້ນໄປທາງທິດເໜືອໄດ້ 25.000 ສອກ, ຄວາມກວ້າງດ້ານທິດຕາເວັນຕົກ 10.000 ສອກ, ຄວາມກວ້າງດ້ານທິດຕາເວັນອອກ 10.000 ສອກ ແລະ ຄວາມຍາວແມ່ນແທກໄປທາງທິດໃຕ້ໄດ້ 25.000 ສອກ. ໂດຍມີສະຖານນະມັດສະການຂອງພຣະເຈົ້າຢາເວເປັນສູນກາງ. 11ທີ່ດິນສ່ວນນີ້ແມ່ນສຳລັບປະໂລຫິດເຊື້ອສາຍຊາດົກທີ່ໄດ້ຮັບການຊຳລະໃຫ້ບໍລິສຸດ, ເຊິ່ງສັດຊື່ໃນການບົວລະບັດຮັບໃຊ້ເຮົາ ແລະ ບໍ່ໄດ້ຫລົງຜິດໄປເໝືອນກັບຊາວເລວີອື່ນໆ ເມື່ອເວລາທີ່ຊາວອິດສະຣາເອນຫລົງໄປຈາກພຣະເຈົ້າ. 12ທີ່ດິນສ່ວນນີ້ເປັນຂອງຂວັນພິເສດທີ່ມອບໃຫ້ແກ່ພວກເຂົາ ເປັນສ່ວນທີ່ບໍລິສຸດທີ່ສຸດໃນເຂດສັກສິດ, ຕິດກັບເຂດແດນຂອງຊາວເລວີ.
13“ໃກ້ກັບເຂດຂອງປະໂລຫິດນັ້ນ ເປັນທີ່ດິນສ່ວນທີ່ເປັນຂອງຊາວເລວີຍາວ 25.000 ສອກ ແລະ ກວ້າງ 10.000 ສອກ. ຄວາມຍາວທັງໝົດຂອງມັນຈະເປັນ 25.000 ສອກ ແລະ ກວ້າງ 10.000 ສອກ. 14ທີ່ດິນນັ້ນແມ່ນຫ້າມຊື້ຂາຍ ຫລື ແລກປ່ຽນ. ເປັນແຜ່ນດິນທີ່ດີທີ່ສຸດ ແລະ ຢ່າໃຫ້ຕົກໄປຢູ່ໃນມືຂອງຄົນອື່ນ ເພາະເປັນທີ່ດິນບໍລິສຸດແກ່ພຣະເຈົ້າຢາເວ.
15“ສ່ວນທີ່ຍັງເຫລືອທີ່ມີຄວາມກວ້າງ 5.000 ສອກ#48:15 ຄື ປະມານ 2,5 ກິໂລແມັດ ແລະ ຍາວ 25.000 ສອກ, ໃຫ້ເປັນບ່ອນນຳໃຊ້ທົ່ວໄປຂອງເມືອງນັ້ນ, ເປັນບ່ອນສຳລັບເຮືອນ ແລະ ທົ່ງຫຍ້າ. ຕົວເມືອງຈະຢູ່ໃຈກາງຂອງທີ່ດິນສ່ວນນັ້ນ. 16ເມືອງເປັນຮູບສີ່ຫລ່ຽມມົນທົນດັ່ງນີ້: ດ້ານເໜືອແມ່ນ 4.500 ສອກ,#48:16 ຄື ປະມານ 2,25 ກິໂລແມັດ ດ້ານໃຕ້ແມ່ນ 4.500 ສອກ, ດ້ານທິດຕາເວັນອອກແມ່ນ 4.500 ສອກ ແລະ ດ້ານທິດຕາເວັນຕົກແມ່ນ 4.500 ສອກ. 17ບ່ອນເປົ່າຫວ່າງສຳລັບເປັນທົ່ງຫຍ້າຢູ່ອ້ອມເມືອງ ດ້ານເໜືອແທກໄດ້ 250 ສອກ, ດ້ານໃຕ້ແມ່ນ 250 ສອກ, ດ້ານທິດຕາເວັນອອກແມ່ນ 250 ສອກ ແລະ ດ້ານທິດຕາເວັນຕົກແມ່ນ 250 ສອກ.#48:17 ຄື ປະມານ 125 ແມັດ 18ບໍລິເວນດິນທີ່ຍັງເຫລືອ ເຊິ່ງຕິດກັບເຂດສັກສິດ ແລະ ມີຄວາມຍາວຄູ່ຂະໜານກັນ ແທກທາງທິດຕາເວັນອອກໄດ້ 10.000 ສອກ ແລະ ແທກທາງທິດຕາເວັນຕົກໄດ້ 10.000 ສອກ. ຜົນຜະລິດທີ່ໄດ້ຈາກແຜ່ນດິນນີ້ແມ່ນໃຊ້ເປັນອາຫານສຳລັບຜູ້ທີ່ເຮັດວຽກຢູ່ໃນຕົວເມືອງ. 19ຄົນງານຈາກຕົວເມືອງທີ່ເຮັດໄຮ່ໄຖນາຢູ່ເທິງທີ່ດິນຕອນນີ້ແມ່ນຈະມາຈາກອິດສະຣາເອນທຸກເຜົ່າ. 20ທີ່ດິນສ່ວນນີ້ທັງໝົດຈະເປັນຮູບສີ່ຫລ່ຽມມົນທົນ, ແຕ່ລະດ້ານແມ່ນກວ້າງ ແລະ ຍາວ 25.000 ສອກ. ນີ້ເປັນຂອງຖວາຍພິເສດທີ່ພວກເຈົ້າຈະແຍກໄວ້ເປັນເຂດສັກສິດ ພ້ອມກັບທີ່ດິນຂອງເມືອງນີ້ດ້ວຍ.
21“ສ່ວນທີ່ເຫລືອຢູ່ສອງດ້ານຂອງເຂດສັກສິດ ແລະ ບໍລິເວນຂອງຕົວເມືອງຈະເປັນຂອງເຈົ້ານາຍ. ບໍລິເວນນີ້ຈະກິນເນື້ອທີ່ໄປທາງທິດຕາເວັນອອກ ຈາກໄລຍະ 25.000 ສອກ ຂອງເຂດສັກສິດໄປຈົນເຖິງຊາຍແດນທິດຕາເວັນອອກ ແລະ ໄປທາງທິດຕາເວັນຕົກ ຈາກໄລຍະ 25.000 ສອກ ໄປທີ່ຊາຍແດນດ້ານທິດຕາເວັນຕົກ. ທັງສອງບໍລິເວນນີ້ມີຄວາມຍາວຄູ່ຂະໜານກັບທີ່ດິນຂອງເຜົ່າຕ່າງໆແມ່ນໃຫ້ເປັນຂອງເຈົ້ານາຍ ແລະ ໂດຍມີເຂດສັກສິດກັບສະຖານນະມັດສະການຂອງວິຫານຢູ່ທີ່ໃຈກາງ. 22ດັ່ງນັ້ນ ທີ່ດິນຂອງເຜົ່າເລວີ ແລະ ບໍລິເວນຂອງຕົວເມືອງຈະຢູ່ໃຈກາງບໍລິເວນທີ່ເປັນຂອງເຈົ້ານາຍ. ບໍລິເວນທີ່ເປັນຂອງເຈົ້ານາຍຈະຕັ້ງຢູ່ລະຫວ່າງເຂດແດນຂອງເຜົ່າຢູດາກັບຂອງເຜົ່າເບັນຢາມິນ.
23“ສຳລັບເຜົ່າຕ່າງໆທີ່ເຫລືອມີດັ່ງນີ້:
“ເບັນຢາມິນຈະໄດ້ຮັບໜຶ່ງສ່ວນ, ທີ່ດິນຂອງລາວຈະມີຄວາມຍາວຈາກດ້ານທິດຕາເວັນອອກໄປຈົນເຖິງດ້ານທິດຕາເວັນຕົກ.
24ຊີເມໂອນຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງເບັນຢາມິນ ຈາກທິດຕາເວັນອອກໄປຈົນເຖິງທິດຕາເວັນຕົກ.
25ອິດຊາຄາຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງຊີເມໂອນ ຈາກທິດຕາເວັນອອກໄປຈົນເຖິງທິດຕາເວັນຕົກ.
26ເຊບູໂລນຈະໄດ້ຮັບໜຶ່ງສ່ວນ, ໂດຍມີຊາຍແດນຕິດກັບດິນແດນຂອງອິດຊາຄາ ຈາກທິດຕາເວັນອອກໄປຈົນເຖິງທິດຕາເວັນຕົກ.
27ກາດຈະໄດ້ຮັບໜຶ່ງສ່ວນ ໂດຍມີຊາຍແດນຕິດກັບດິນແດນຂອງເຊບູໂລນ ຈາກທິດຕາເວັນອອກໄປຈົນເຖິງທິດຕາເວັນຕົກ.
28ອານາເຂດດ້ານໃຕ້ຂອງກາດ ຄືຈາກຕາດໂມລົງໄປທາງໃຕ້ ໄປຮອດຫ້ວງນ້ຳເມຣີບາກາເດັດ ແລ້ວໄປຕາມລຳນ້ຳແຫ່ງເອຢິບຈົນໄປເຖິງທະເລເມດີແຕຣາເນ.
29“ໃຫ້ພວກເຈົ້າແບ່ງສ່ວນດິນແດນຕາມນີ້ແກ່ເຜົ່າຕ່າງໆຂອງອິດສະຣາເອນ ເພື່ອເປັນມໍລະດົກຂອງພວກເຂົາ ແລະ ນີ້ກໍຈະເປັນສ່ວນຂອງພວກເຂົາ”, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
ປະຕູເມືອງ
30ທາງອອກຂອງເມືອງແມ່ນມີດັ່ງນີ້:
“ເລີ່ມຈາກທາງດ້ານເໜືອ ເຊິ່ງມີຄວາມຍາວ 4.500 ສອກ,#48:30 ຄື ປະມານ 2,25 ກິໂລແມັດ ເຊັ່ນດຽວກັບຂໍ້ 32-34 31ປະຕູຕ່າງໆຂອງເມືອງນີ້ແມ່ນຈະຕັ້ງຊື່ຕາມເຜົ່າຕ່າງໆຂອງອິດສະຣາເອນ. ສາມປະຕູທີ່ຢູ່ທາງດ້ານເໜືອແມ່ນ ປະຕູຣູເບັນ, ປະຕູຢູດາ ແລະ ປະຕູເລວີ.
32ທາງດ້ານທິດຕາເວັນອອກ ເຊິ່ງມີຄວາມຍາວ 4.500 ສອກ, ຈະມີສາມປະຕູຄື: ປະຕູໂຢເຊັບ, ປະຕູເບັນຢາມິນ ແລະ ປະຕູດານ.
33ທາງດ້ານໃຕ້ ເຊິ່ງແທກໄດ້ 4.500 ສອກ, ຈະມີສາມປະຕູຄື: ປະຕູຊີເມໂອນ, ປະຕູອິດຊາຄາ ແລະ ປະຕູເຊບູໂລນ.
34ດ້ານທິດຕາເວັນຕົກ ເຊິ່ງມີຄວາມຍາວ 4.500 ສອກ, ຈະມີສາມປະຕູຄື: ປະຕູກາດ, ປະຕູອາເຊ ແລະ ປະຕູເນັບທາລີ.
35“ວັດແທກໄລຍະອ້ອມເມືອງໄດ້ 18.000 ສອກ.#48:35 ຄື ປະມານ 9 ກິໂລແມັດ
“ແລະ ນັບຕັ້ງແຕ່ນີ້ໄປເມືອງນັ້ນຈະມີຊື່ວ່າ, ພຣະເຈົ້າຢາເວສະຖິດຢູ່ບ່ອນນີ້#48:35 ພາສາເຮັບເຣີວ່າ ‘ຢາເວຫ໌ຊຳມາລ໌’”.
Currently Selected:
ເອເຊກຽນ 48: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.