ເອເຊກຽນ 25
25
ຄຳທຳນວາຍກ່າວໂທດອຳໂມນ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງປະເຊີນໜ້າກັບຊາວອຳໂມນ ແລະ ທຳນວາຍກ່າວໂທດພວກເຂົາ. 3ຈົ່ງກ່າວກັບພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ອົງເຈົ້ານາຍ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກເຈົ້າໄດ້ເວົ້າວ່າ “ນັ້ນເດ!” ສົມນ້ຳໜ້າສະຖານນະມັດສະການຂອງເຮົາທີ່ຖືກທຳລາຍຄວາມບໍລິສຸດ ແລະ ສົມນ້ຳໜ້າດິນແດນອິດສະຣາເອນທີ່ຖືກເຮັດໃຫ້ຮ້າງເປົ່າ ແລະ ສົມນ້ຳໜ້າຊາວຢູດາເມື່ອພວກເຂົາໄດ້ຕົກເປັນຊະເລີຍ. 4ເຫດສະນັ້ນ ເຮົາຈະມອບພວກເຈົ້າໃຫ້ເປັນກຳມະສິດຂອງຊາວຕາເວັນອອກ. ພວກເຂົາຈະຕັ້ງຄ້າຍຂອງຕົນຂຶ້ນ ແລະ ປັກເຕັນຂອງພວກເຂົາຢູ່ທ່າມກາງພວກເຈົ້າ; ພວກເຂົາຈະກິນພືດຜົນ ແລະ ດື່ມນົມຂອງພວກເຈົ້າ. 5ເຮົາຈະເຮັດໃຫ້ເມືອງຣັບບາກາຍເປັນທົ່ງຫຍ້າສຳລັບຝູງອູດ ແລະ ອຳໂມນເປັນທີ່ພັກສຳລັບຝູງແກະ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. 6ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກພວກເຈົ້າໄດ້ຕົບມື ແລະ ທືບຕີນຂອງຕົນ, ຊື່ນຊົມຍິນດີດ້ວຍໃຈຄິດຮ້າຍຕໍ່ດິນແດນອິດສະຣາເອນ, 7ເຫດສະນັ້ນ ເຮົາຈະລົງມືລົງໂທດພວກເຈົ້າ ແລະ ມອບພວກເຈົ້າໃຫ້ຊົນຊາດທັງຫລາຍປຸ້ນ. ເຮົາຈະກວາດພວກເຈົ້າອອກໄປຈາກຊົນຊາດທັງຫລາຍ ແລະ ກຳຈັດພວກເຈົ້າອອກໄປຈາກປະເທດທັງຫລາຍ. ເຮົາຈະທຳລາຍລ້າງພວກເຈົ້າ ແລ້ວພວກເຈົ້າກໍຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ຄຳທຳນວາຍກ່າວໂທດໂມອາບ
8“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກໂມອາບ ແລະ ເສອີໄດ້ກ່າວວ່າ “ເບິ່ງແມ, ຢູດາກໍກາຍເປັນເໝືອນກັບຊົນຊາດອື່ນໆທັງໝົດ”, 9ເຫດສະນັ້ນ ເຮົາຈະເປີດຖານກຳລັງຂອງໂມອາບ, ເລີ່ມຕັ້ງແຕ່ເມືອງຊາຍແດນຕ່າງໆ ຄືເບັດເຢຊີໂມດ, ບາອານເມໂອນ ແລະ ກີຣິອາດທາອິມ ເຊິ່ງເປັນສັກສີຂອງດິນແດນນັ້ນ. 10ເຮົາຈະມອບໂມອາບພ້ອມທັງຊາວອຳໂມນໃຫ້ເປັນກຳມະສິດຂອງຊາວຕາເວັນອອກ ເພື່ອຊົນຊາດທັງຫລາຍຈະບໍ່ນຶກເຖິງອຳໂມນອີກ. 11ແລະ ເຮົາຈະລົງໂທດໂມອາບ ພວກເຂົາຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ຄຳທຳນວາຍກ່າວໂທດເອໂດມ
12“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກເອໂດມໄດ້ແກ້ແຄ້ນຊາວຢູດາຢ່າງໂຫດຫ້ຽມ ແລະ ຜິດຫລາຍທີ່ເຮັດຢ່າງນັ້ນ, 13ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ເອໂດມ ແລະ ຂ້າທັງຜູ້ຄົນ ແລະ ສັດ. ເຮົາຈະຖິ້ມມັນໃຫ້ຮົກຮ້າງຫວ່າງເປົ່າ ແລະ ຄົນທັງຫລາຍຈາກເມືອງເຕມານຫາເມືອງເດດານຈະລົ້ມຕາຍດ້ວຍຄົມດາບ. 14ເຮົາຈະແກ້ແຄ້ນເອໂດມໂດຍອາໄສອິດສະຣາເອນປະຊາຊົນຂອງເຮົາ ແລະ ພວກເຂົາຈະຈັດການກັບເອໂດມຕາມຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາ ເພື່ອພວກເຂົາຈະຮູ້ຈັກການແກ້ແຄ້ນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຄຳທຳນວາຍກ່າວໂທດຟີລິດສະຕິນ
15“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກຊາວຟີລິດສະຕິນໄດ້ກະທຳການແກ້ແຄ້ນ ແລະ ໄດ້ແກ້ແຄ້ນດ້ວຍຄວາມອາຄາດໃນໃຈຂອງພວກເຂົາ ແລະ ຫວັງທຳລາຍຢູດາເພາະເປັນສັດຕູກັນມາຕັ້ງແຕ່ບູຮານ. 16ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະຢຽດມືຂອງເຮົາອອກຕໍ່ສູ້ຊາວຟີລິດສະຕິນ ແລະ ກຳຈັດຊາວເຄເຣທີ ແລະ ທຳລາຍຄົນທັງຫລາຍທີ່ເຫລືອຢູ່ຕາມແຄມຝັ່ງ. 17ເຮົາຈະແກ້ແຄ້ນພວກເຂົາຄັ້ງໃຫຍ່ ແລະ ລົງໂທດພວກເຂົາດ້ວຍຄວາມຄວາມໂກດຮ້າຍຂອງເຮົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວເມື່ອເຮົາແກ້ແຄ້ນພວກເຂົາ’ ”.
Currently Selected:
ເອເຊກຽນ 25: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.