YouVersion Logo
Search Icon

ດານີເອນ ຄຳນຳ

ຄຳນຳ
ໜັງສື​ດານີເອນ​ປະກອບ​ດ້ວຍ​ວັນນະຄະດີ​ສອງ​ສ່ວນ​ຄື: ການ​ເລົ່າ​ເລື່ອງລາວ​ໃນ​ວັງ ແລະ ນິມິດ​ເລື່ອງ​ວັນ​ສິ້ນ​ໂລກ. ສ່ວນ​ທຳອິດ​ເລີ່ມ​ຂຶ້ນ​ດ້ວຍ​ເຫດການ​ຫົກ​ຄັ້ງ​ວ່າ​ພຣະເຈົ້າ​ປົກປ້ອງ​ດານີເອນ​ກັນ​ໝູ່​ສາມ​ຄົນ ຄື​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ບາບີໂລນ​ຢ່າງ​ໃດ. ເມື່ອ​ຊາຍ​ທັງ​ສີ່​ຄົນ​ສະແດງ​ຄວາມ​ຊື່ສັດ​ຕໍ່​ພຣະເຈົ້າ ພວກເຂົາ​ຈຶ່ງ​ລອດພົ້ນ​ຈາກ​ໄພ​ອັນຕະລາຍ​ໂດຍ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ. ດານີເອນ​ພຣະພອນ​ໃນ​ການ​ຕີ​ຄວາມຝັນ​ຈຶ່ງ​ໄດ້​ຮັບ​ຕຳແໜ່ງ​ສຳຄັນ​ໃນ​ວັງ​ຂອງ​ບາບີໂລນ ແລະ ຈັກກະພົບ​ເອເຊຍ​ໃນ​ເວລາ​ຕໍ່ມາ.
ສ່ວນ​ທີ​ສອງ​ຂອງ​ໜັງສື​ນີ້​ກ່າວ​ເຖິງ​ນິມິດ ແລະ ຂ່າວສານ​ທີ່​ດານີເອນ​ໄດ້​ຮັບ​ຈາກ​ພຣະເຈົ້າ​ໂດຍ​ຜ່ານ​ທາງ​ເທວະດາ ໂດຍ​ໃຊ້​ການ​ຂຽນ​ລັກສະນະ​ສັນຍາລັກ ແລະ ພາສາ​ຄຸມເຄືອ​ຕາມ​ແບບ​ງານ​ຂຽນ​ທີ່​ກ່ຽວກັບ​ວັນ​ສິ້ນໂລກ​ທົ່ວໄປ. ໃນ​ສ່ວນ​ນີ້​ພວກເຮົາ​ເຫັນ​ພາບ​ປະຫວັດສາດ​ໃນ​ຕາເວັນອອກ​ໃກ້ ຄື​ອານາຈັກ​ຂອງ​ບາບີໂລນ ແລະ ອານາຈັກ​ເປີເຊຍ; ການ​ມີ​ໄຊ​ຂອງ​ອາເລກຊັນເດີ​ຜູ້​ຍິ່ງໃຫຍ່ ແລະ ຄວາມ​ຂັດແຍ້ງ​ຕໍ່ເນື່ອງ​ລະຫວ່າງ​ໂຕເລມີ​ໃນ​ເອຢິບ ແລະ ເຊລູຊິດ/ ໃນ​ຊີເຣຍ. ນິມິດ​ເຫລົ່ານີ້​ຊີ້​ເຖິງ​ຜູ້ນຳ​ທີ່​ຍິ່ງຈອງຫອງ​ຄົນ​ໜຶ່ງ ຄື​ຈັກກະພັດ​ເຊລູຊິດ ອັນຕີໂອກັດ​ທີ 4 ເອພິຟາເນດ, ເຊິ່ງ​ທຳລາຍ​ວິຫານ​ເຢຣູຊາເລັມ​ໃນ​ປີ 167 ກ່ອນ​ຄຣິສຕະສັກກະລາດ ແລະ ນຳ​ໄປ​ສູ່​ການ​ປະຕິວັດ​ຂອງ​ຊາວ​ມາກາບິນ​ຜູ້​ທີ່​ນຳ​ເອກະລາດ​ຂອງ​ປະເທດ​ກັບ​ມາ ແລະ ການ​ນະມັດສະການ​ພຣະເຈົ້າ​ຂອງ​ອິດສະລາເອນ​ຈຶ່ງ​ໄດ້​ດຳເນີນ​ຕໍ່ໄປ.
ນິມິດ​ໃນ​ໜັງສື​ດານີເອນ​ສາມາດ​ເຂົ້າໃຈ​ໄດ້​ວ່າ ເປັນ​ການ​ເປີດເຜີຍ​ຈຸດຈົບ​ຂອງ​ຍຸກ​ປັດຈຸບັນ ໂດຍ​ສະແດງ​ໃຫ້​ເຫັນ​ວ່າ​ນີ້​ເປັນ​ຊ່ວງ​ເວລາ​ແຫ່ງ​ຄວາມ​ຂັດແຍ້ງ​ຂັ້ນ​ສຸດທ້າຍ​ລະຫວ່າງ​ຄົນ​ຂອງ​ພຣະເຈົ້າ​ກັບ​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຜ່ານພົ້ນ​ການ​ກົດຂີ່​ຂົ່ມເຫັງ​ໄປ​ໄດ້​ເພາະ​ຮູ້​ວ່າ​ຕົນ​ຈະ​ໄດ້​ຮັບ​ອານາຈັກ​ຂອງ​ພຣະອົງ​ເປັນ​ລາງວັນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in