ດານີເອນ 4
4
ເນບູກາດເນັດຊາຝັນກ່ຽວກັບຕົ້ນໄມ້
1ກະສັດເນບູກາດເນັດຊາ,
ເຖິງທ່ານທັງຫລາຍຜູ້ເປັນພົນລະເມືອງທຸກຊາດ ແລະ ທຸກພາສາທີ່ອາໄສຢູ່ໃນທົ່ວໂລກ,
ຂໍໃຫ້ທ່ານທັງຫລາຍຈະເລີນຮຸ່ງເຮືອງ!
2ເຮົາເຫັນດີທີ່ຈະແຈ້ງໃຫ້ພວກທ່ານຮູ້ເຖິງໝາຍສຳຄັນ ແລະ ການອັດສະຈັນທີ່ພຣະເຈົ້າອົງສູງສຸດໄດ້ກະທຳເພື່ອເຮົາ.
3ໝາຍສຳຄັນຂອງພຣະອົງຍິ່ງໃຫຍ່ຫລາຍ
ການອັດສະຈັນຂອງພຣະອົງກໍຍິ່ງໃຫຍ່ຫລາຍ
ອານາຈັກຂອງພຣະອົງກໍດຳລົງຢູ່ຕະຫລອດໄປ;
ການຄອບຄອງຂອງພຣະອົງກໍຢູ່ຕະຫລອດທຸກຊົ່ວອາຍຸ.
4ເຮົາ, ເນບູກາດເນັດຊາ ຢູ່ທີ່ເຮືອນໃນວັງຂອງເຮົາຢ່າງມີຄວາມສຸກ ແລະ ຈະເລີນຮຸ່ງເຮືອງ. 5ຂະນະທີ່ເຮົາກຳລັງນອນຢູ່ເທິງຕຽງເຮົາໄດ້ຝັນ ເຮັດໃຫ້ເຮົາຕົກໃຈຢ້ານ ພາບ ແລະ ນິມິດຕ່າງໆທີ່ຜ່ານເຂົ້າມາໃນຄວາມຄິດຂອງເຮົານັ້ນໄດ້ເຮັດໃຫ້ເຮົາຕົກໃຈຢ້ານ. 6ດັ່ງນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ນຳນັກປາດທັງໝົດຂອງບາບີໂລນມາພົບເຮົາເພື່ອຕີຄວາມໝາຍຄວາມຝັນໃຫ້ເຮົາ. 7ເມື່ອບັນດານັກຫລິ້ນອາຄົມ, ນັກເວດມົນ, ໂຫລາຈານ#4:7 ຫລື ຊາວຄານເດອາ ແລະ ໝໍດູໄດ້ເຂົ້າມາພົບເຮົາ, ເຮົາກໍໄດ້ເລົ່າຄວາມຝັນໃຫ້ພວກເຂົາຟັງ, ແຕ່ພວກເຂົາບໍ່ສາມາດຕີຄວາມໝາຍຂອງຄວາມຝັນນັ້ນໃຫ້ເຮົາໄດ້. 8ໃນທີ່ສຸດ, ດານີເອນກໍເຂົ້າມາພົບເຮົາ ແລະ ເຮົາກໍໄດ້ບອກຄວາມຝັນໃຫ້ລາວຟັງ. (ລາວມີຊື່ໜຶ່ງອີກວ່າ ເບັນເຕຊັດຊາເຣ, ຕາມຊື່ຂອງພະຕົນໜຶ່ງຂອງເຮົາ ແລະ ວິນຍານຂອງບັນດາພະສັກສິດແມ່ນຢູ່ໃນລາວ.)
9ເຮົາໄດ້ວ່າ, “ເບັນເຕຊັດຊາເຣ, ຫົວໜ້ານັກຫລິ້ນອາຄົມ, ເຮົາຮູ້ວ່າວິນຍານຂອງບັນດາພະສັກສິດແມ່ນຢູ່ໃນເຈົ້າ ແລະ ບໍ່ມີຄວາມເລິກລັບໃດຍາກເກີນຄວາມເຂົ້າໃຈຂອງເຈົ້າ. ເຮົາໄດ້ຝັນຢ່າງນີ້; ຈົ່ງແກ້ຄວາມຝັນໃຫ້ເຮົາ. 10ສິ່ງເຫລົ່ານີ້ເປັນນິມິດຕ່າງໆທີ່ເຮົາໄດ້ເຫັນຂະນະທີ່ເຮົາກໍາລັງນອນຢູ່ເທິງຕຽງຄື: ເຮົາຫລຽວໄປເຫັນຕົ້ນໄມ້ຕົ້ນໜຶ່ງຢູ່ກາງແຜ່ນດິນ. ຕົ້ນໄມ້ນັ້ນສູງໃຫຍ່ຫລາຍ. 11ຕົ້ນໄມ້ນັ້ນໃຫຍ່ຂຶ້ນ ແລະ ແຂງແກ່ນຫລາຍ ແລະ ຍອດຂອງມັນກໍສູງຈົນຈຸທ້ອງຟ້າ; ແມ່ນແຕ່ຢູ່ສຸດປາຍແຜ່ນດິນໂລກກໍຍັງເບິ່ງເຫັນມັນໄດ້. 12ໃບຂອງມັນງາມ, ມີໝາກເຕັມຕົ້ນ ແລະ ມັນໃຫ້ອາຫານແກ່ສິ່ງມີຊີວິດທັງໝົດ, ບັນດາສັດປ່າກໍມາຢູ່ກ້ອງຮົ່ມຂອງມັນ ແລະ ນົກທັງຫລາຍກໍມາອາໄສຢູ່ຕາມງ່າຂອງມັນ; ທຸກສິ່ງທີ່ມີຊີວິດລ້ຽງຊີວິດດ້ວຍໝາກຂອງມັນ.
13“ຂະນະທີ່ເຮົາກໍາລັງນອນຢູ່ເທິງຕຽງ ເຮົາໄດ້ເຫັນນິມິດ, ເຮົາໄດ້ແນມເຫັນເທວະດາ#4:13 ຫລື ຜູ້ພິທັກ ເຊັ່ນດຽວກັບຂໍ້ 17 ແລະ 23ຜູ້ບໍລິສຸດລົງມາຈາກຟ້າສະຫວັນ. 14ລາວຮ້ອງຂຶ້ນດ້ວຍສຽງດັງວ່າ: ‘ຈົ່ງຕັດຕົ້ນໄມ້ລົງ ແລະ ຕັດງ່າຂອງມັນອອກ, ລິໃບຂອງມັນຖິ້ມ ແລະ ກະຈາຍໝາກຂອງມັນອອກໄປ. ຈົ່ງໄລ່ສັດທັງຫລາຍອອກໄປຈາກຮົ່ມຂອງມັນ ແລະ ໄລ່ນົກທັງຫລາຍອອກຈາກງ່າຕ່າງໆຂອງມັນ. 15ແຕ່ຈົ່ງປະຕໍ ແລະ ຮາກຂອງມັນໄວ້, ຈົ່ງລ່າມມັນໄວ້ຢ່າງນັ້ນກາງປ່າຫຍ້າໃນທົ່ງດ້ວຍໂສ້ເຫລັກ ແລະ ໂສ້ທອງສຳລິດ.
“ ‘ຈົ່ງປ່ອຍລາວປຽກຊຸ່ມດ້ວຍນໍ້າໝອກຈາກຟ້າສະຫວັນ ແລະ ປ່ອຍລາວອາໄສຢູ່ກັບສັດທ່າມກາງພືດພັນຕ່າງໆຂອງແຜ່ນດິນໂລກ. 16ຈົ່ງໃຫ້ຈິດໃຈຂອງລາວປ່ຽນຈາກມະນຸດ ແລະ ໃຫ້ຈິດໃຈຂອງລາວເປັນເໝືອນສັດ, ຈົນກວ່າຈະຄົບເວລາເຈັດປີ.#4:16 ຫລື ປີ ເຊັ່ນດຽວກັບຂໍ້ 23, 25 ແລະ 32
17“ ‘ບັນດາເທວະດາຜູ້ບໍລິສຸດເປັນຜູ້ແຈ້ງຄຳຕັດສິນນີ້ ເພື່ອຜູ້ມີຊີວິດຢູ່ຈະຮູ້ວ່າອົງສູງສຸດຄອບຄອງຢູ່ເໜືອອານາຈັກທັງໝົດເທິງແຜ່ນດິນໂລກ ແລະ ພຣະອົງຈະມອບອານາຈັກເຫລົ່ານັ້ນໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ພຣະອົງພໍໃຈ ແລະ ໄດ້ແຕ່ງຕັ້ງຜູ້ຕ່ຳຕ້ອຍທີ່ສຸດໃຫ້ປົກຄອງພວກເຂົາ’.
18“ນີ້ແມ່ນຄວາມຝັນຂອງເຮົາ, ກະສັດເນບູກາດເນັດຊາ. ບັດນີ້ ເບັນເຕຊັດຊາເຣ, ຈົ່ງບອກເຮົາມາວ່າຄວາມຝັນນີ້ໝາຍຄວາມວ່າຫຍັງ, ເພາະບໍ່ມີນັກປາດຄົນໃດໃນອານາຈັກຂອງເຮົາສາມາດຕີຄວາມໝາຍຂອງຄວາມຝັນໃຫ້ເຮົາໄດ້. ແຕ່ເຈົ້າເຮັດໄດ້ ເພາະວິນຍານຂອງບັນດາພະສັກສິດແມ່ນຢູ່ໃນເຈົ້າ”.
ດານີເອນຕີຄວາມໝາຍຂອງຄວາມຝັນ
19ແລ້ວດານີເອນ (ຫລື ເອີ້ນອີກຊື່ໜຶ່ງວ່າເບັນເຕຊັດຊາເຣ) ກໍຮູ້ສຶກສັບສົນຢູ່ຊົ່ວຂະນະໜຶ່ງ ແລະ ຄວາມຄິດຂອງລາວເຮັດໃຫ້ລາວຕົກໃຈຢ້ານ. ດັ່ງນັ້ນ ກະສັດຈຶ່ງໄດ້ເວົ້າວ່າ, “ເບັນເຕຊັດຊາເຣ ຢ່າໃຫ້ຄວາມຝັນ ຫລື ຄວາມຫມາຍຂອງມັນເຮັດໃຫ້ເຈົ້າຕົກໃຈຢ້ານເລີຍ”.
ເບັນເຕຊັດຊາເຣໄດ້ຕອບວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ຄວາມຝັນ ແລະ ຄວາມຫມາຍຂອງມັນຕົກໃສ່ພຽງແຕ່ບັນດາສັດຕູຂອງທ່ານ! 20ຕົ້ນໄມ້ທີ່ທ່ານໄດ້ເຫັນນັ້ນ ເປັນຕົ້ນໄມ້ທີ່ໃຫຍ່ຂຶ້ນ ແລະ ແຂງແກ່ນ, ຍອດສູງຈຸຟ້າ, ຈົນທົ່ວໂລກຍັງເບິ່ງເຫັນ. 21ເຊິ່ງມີໃບງາມ ແລະ ມີໝາກເຕັມຕົ້ນ, ເປັນອາຫານແກ່ທຸກສິ່ງທີ່ມີຊີວິດ, ເປັນຫົ່ມໃຫ້ບັນດາສັດປ່າ ແລະ ມີງ່າໃຫ້ບັນດານົກມາເຮັດຮັງຢູ່ 22ຂ້າແດ່ກະສັດ ທ່ານແມ່ນຕົ້ນໄມ້ນັ້ນ! ທ່ານເປັນຜູ້ຍິ່ງໃຫຍ່ ແລະ ເຂັ້ມແຂງ; ຄວາມຍິ່ງໃຫຍ່ຂອງທ່ານສູງຈົນຈຸຟ້າ ແລະ ການປົກຄອງຂອງທ່ານຂະຫຍາຍອອກໄປເຖິງສຸດໂລກ.
23“ຂ້າແດ່ກະສັດ ທ່ານໄດ້ເຫັນເທວະດາຜູ້ບໍລິສຸດກໍາລັງລົງມາຈາກຟ້າສະຫວັນ ແລະ ກ່າວວ່າ, ‘ຈົ່ງຕັດຕົ້ນໄມ້ລົງ ແລະ ທຳລາຍມັນຖີ້ມ, ແຕ່ປະຕໍໄວ້, ຈົ່ງລ່າມມັນໄວ້ຢ່າງນັ້ນກາງປ່າຫຍ້າໃນທົ່ງດ້ວຍໂສ້ເຫລັກ ແລະ ໂສ້ທອງສຳລິດ. ຂະນະທີ່ຮາກຂອງມັນຍັງຢູ່ໃນດິນ. ຈົ່ງປ່ອຍໃຫ້ລາວປຽກຊຸ່ມດ້ວຍນ້ຳໝອກຈາກຟ້າສະຫວັນ; ໃຫ້ລາວອາໄສຢູ່ກັບສັດປ່າ, ຈົນກວ່າຈະຄົບເວລາເຈັດປີ’.
24“ຂ້າແດ່ກະສັດ ນີ້ແມ່ນການຕີຄວາມຫມາຍ ແລະ ນີ້ແມ່ນຄໍາປະກາດຂອງອົງຜູ້ສູງສຸດໄດ້ປະກາດອອກໄປເຖິງທ່ານດັ່ງນີ້: 25ທ່ານຈະຖືກຂັບໄລ່ອອກຈາກມວນມະນຸດ ແລະ ຈະອາໄສຢູ່ກັບບັນດາສັດປ່າທັງຫລາຍ; ທ່ານຈະກິນຫຍ້າເໝືອນດັ່ງງົວ ແລະ ປຽກຊຸ່ມດ້ວຍນ້ຳໝອກຈາກຟ້າສະຫວັນ. ຈົນກວ່າຈະຄົບເຈັດວາລະ ຈົນກວ່າທ່ານຍອມຮັບຮູ້ວ່າອົງຜູ້ສູງສຸດໄດ້ຄອບຄອງເໜືອອານາຈັກທັງໝົດເທິງແຜ່ນດິນໂລກ ແລະ ພຣະອົງຈະມອບອານາຈັກໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ພຣະອົງພໍໃຈ. 26ຄຳສັ່ງທີ່ໃຫ້ປະຕໍໄມ້ ແລະ ຮາກໄວ້ນັ້ນແມ່ນໝາຍຄວາມວ່າທ່ານຈະໄດ້ອານາຈັກຂອງທ່ານກັບຄືນມາອີກເມື່ອທ່ານໄດ້ຮຽນຮູ້ວ່າພຣະເຈົ້າແຫ່ງຟ້າສະຫວັນນັ້ນຄອບຄອງຢູ່. 27ເຫດສະນັ້ນ, ຂ້າແດ່ກະສັດ ຂໍໂຜດຍອມຮັບຄຳແນະນຳຂອງຂ້ານ້ອຍດັ່ງນີ້: ຂໍຈົ່ງປະຖິ້ມບາບຂອງທ່ານດ້ວຍການເຮັດສິ່ງທີ່ຖືກຕ້ອງ, ແລະ ຂໍຈົ່ງປະຖິ້ມຄວາມຊົ່ວຮ້າຍດ້ວຍການເມດຕາກະລຸນາຕໍ່ຜູ້ທີ່ຖືກກົດຂີ່. ແລ້ວທ່ານຈະໄດ້ຈະເລີນຮຸ່ງເຮືອງສືບຕໍ່ໄປ”.
ຄວາມຝັນເປັນຈິງ
28ເຫດການທັງໝົດນີ້ກໍເກີດຂຶ້ນກັບກະສັດເນບູກາດເນັດຊາ. 29ສິບສອງເດືອນຕໍ່ມາ, ໃນຂະນະທີ່ກະສັດກຳລັງຍ່າງຢູ່ເທິງດາດຟ້າວັງຂອງບາບີໂລນ, 30ກະສັດໄດ້ເວົ້າວ່າ, “ເຮົາໄດ້ສ້າງບາບີໂລນອັນຍິ່ງໃຫຍ່ນີ້ຂຶ້ນເປັນວັງ, ໂດຍອຳນາດອັນຍິ່ງໃຫຍ່ຂອງເຮົາ ແລະ ເພື່ອກຽດແຫ່ງສະຫງ່າລາສີຂອງເຮົາບໍ່ແມ່ນບໍ?”
31ກະສັດຍັງເວົ້າບໍ່ທັນສຸດຄຳ ກໍມີສຽງໜຶ່ງດັງມາຈາກຟ້າສະຫວັນວ່າ, “ກະສັດເນບູກາດເນັດຊາ ນີ້ແມ່ນຄໍາປະກາດສຳລັບເຈົ້າ, ອຳນາດກະສັດຂອງເຈົ້າໄດ້ຖືກເອົາໄປຈາກເຈົ້າແລ້ວ. 32ເຈົ້າຈະຖືກຂັບໄລ່ອອກໄປຈາກມວນມະນຸດ ແລະ ຈະໄປອາໄສຢູ່ກັບບັນດາສັດປ່າທັງຫລາຍ; ເຈົ້າຈະກິນຫຍ້າເໝືອນງົວ. ຈົນກວ່າຈະຄົບເຈັດວາລະ ຈົນກວ່າເຈົ້າຮຽນຮູ້ວ່າອົງຜູ້ສູງສຸດຄອບຄອງເໜືອອານາຈັກທັງໝົດເທິງແຜ່ນດິນໂລກ ແລະ ພຣະອົງຈະມອບອານາຈັກແກ່ຜູ້ໃດກໍໄດ້ຕາມທີ່ພຣະອົງພໍໃຈ”.
33ໃນທັນໃດນັ້ນ ເນບູກາດເນັດຊາກໍເປັນໄປຕາມຄຳປະກາດຂອງພຣະເຈົ້າ. ເພິ່ນຖືກຂັບໄລ່ອອກໄປຈາກມວນມະນຸດ ແລະ ກິນຫຍ້າເໝືອນງົວ. ຮ່າງກາຍຂອງເພິ່ນນັ້ນປຽກຊຸ່ມດ້ວຍນ້ຳໝອກຈາກຟ້າສະຫວັນ ຈົນຂົນຂອງເພິ່ນຍາວເໝືອນຂົນນົກອິນຊີ ແລະ ເລັບຂອງເພິ່ນຍາວເໝືອນເລັບຂອງນົກ.
34ເມື່ອຄົບກຳນົດແລ້ວ, ເຮົາ ເນບູກາດເນັດຊາໄດ້ເງີຍໜ້າຂຶ້ນເບິ່ງຟ້າສະຫວັນ ແລະ ສະຕິຂອງເຮົາກໍກັບຄືນມາ. ແລ້ວເຮົາຈຶ່ງສັນລະເສີນອົງຜູ້ສູງສຸດ; ເຮົາຖວາຍກຽດ ແລະ ຖວາຍສະຫງ່າລາສີແກ່ພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ.
ການປົກຄອງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ;
ອານາຈັກຂອງພຣະອົງຍືນຍົງຕະຫລອດທຸກຊົ່ວອາຍຸ.
35ບັນດາປະຊາຊາດທັງໝົດໃນແຜ່ນດິນໂລກ
ລ້ວນແຕ່ໄຮ້ຄ່າ.
ພຣະອົງມີອຳນາດ
ທີ່ຈະເຮັດກັບບັນດາເທວະດາ
ແລະ ເຮັດກັບປະຊາຊາດໃນແຜ່ນດິນໂລກຕາມທີ່ພຣະອົງພໍໃຈ.
ບໍ່ມີຜູ້ໃດສາມາດຢັບຢັ້ງມືຂອງພຣະອົງໄດ້
ຫລື ກ່າວກັບພຣະອົງໄດ້ວ່າ, “ພຣະອົງໄດ້ເຮັດຫຍັງ?”
36ໃນຂະນະນັ້ນ ສະຕິຂອງເຮົາກໍໄດ້ກັບຄືນມາແລ້ວ, ກຽດຕິຍົດ ແລະ ຄວາມສະຫງ່າງາມຂອງເຮົາກໍກັບມາສູ່ເຮົາ ເພື່ອສະຫງ່າລາສີແຫ່ງອານາຈັກຂອງເຮົາ. ບັນດາທີ່ປຶກສາ ແລະ ບັນດາຂຸນນາງທັງຫລາຍຂອງເຮົາກໍຕາມຫາເຮົາມາ ແລະ ບັນລັງຂອງເຮົາກໍໄດ້ຖືກມອບຄືນໃຫ້ແກ່ເຮົາ ແລ້ວກໍຍິ່ງໃຫຍ່ກວ່າແຕ່ກ່ອນ. 37ບັດນີ້ ເຮົາ ເນບູກາດເນັດຊາ, ຂໍສັນລະເສີນ ແລະ ຍົກຍ້ອງເທີດທູນອົງກະສັດແຫ່ງຟ້າສະຫວັນ, ເພາະທຸກສິ່ງທີ່ພຣະອົງກະທຳນັ້ນຖືກຕ້ອງ ແລະ ວິຖີທາງທັງໝົດຂອງພຣະອົງກໍຍຸຕິທຳ. ບັນດາຜູ້ທີ່ດຳເນີນຊີວິດຢ່າງຈອງຫອງ ພຣະອົງສາມາດເຮັດໃຫ້ພວກເຂົາຖ່ອມຕົວລົງໄດ້.
Currently Selected:
ດານີເອນ 4: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: