ດານີເອນ 4:34
ດານີເອນ 4:34 LCV
ເມື່ອຄົບກຳນົດແລ້ວ, ເຮົາ ເນບູກາດເນັດຊາໄດ້ເງີຍໜ້າຂຶ້ນເບິ່ງຟ້າສະຫວັນ ແລະ ສະຕິຂອງເຮົາກໍກັບຄືນມາ. ແລ້ວເຮົາຈຶ່ງສັນລະເສີນອົງຜູ້ສູງສຸດ; ເຮົາຖວາຍກຽດ ແລະ ຖວາຍສະຫງ່າລາສີແກ່ພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ. ການປົກຄອງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ; ອານາຈັກຂອງພຣະອົງຍືນຍົງຕະຫລອດທຸກຊົ່ວອາຍຸ.





