YouVersion Logo
Search Icon

ດານີເອນ 3

3
ຮູບປັ້ນ​ຄຳ ແລະ ເຕົາໄຟ​ຮ້ອນ​ແຮງ
1ກະສັດ​ເນບູກາດເນັດຊາ​ໄດ້​ສັ່ງ​ໃຫ້​ສ້າງ​ຮູບປັ້ນ​ເປັນ​ຄຳ​ຮູບ​ໜຶ່ງ, ສູງ 60 ສອກ ແລະ ກວ້າງ 6 ສອກ,#3:1 ຫລື ສູງ​ປະມານ 27 ແມັດ ກວ້າງ​ປະມານ 2,7 ແມັດ ແລ້ວ​ກໍ​ຕັ້ງ​ຮູບ​ນັ້ນ​ໄວ້​ໃນ​ທົ່ງພຽງ​ດູຣາ​ໃນ​ແຂວງ​ບາບີໂລນ. 2ແລ້ວ​ກະສັດ​ກໍ​ໄດ້​ເອີ້ນ​ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່​ຂອງ​ທຸກ​ແຂວງ​ມາ​ຊຸມນຸມ​ກັນ​ເພື່ອ​ອຸທິດ​ຖວາຍ​ຮູບປັ້ນ​ທີ່​ເພິ່ນ​ໄດ້​ສະຖາປະນາ​ຂຶ້ນ​ນັ້ນ. 3ດັ່ງນັ້ນ ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່​ຂອງ​ທຸກ​ແຂວງ​ມາ​ຊຸມນຸມ​ກັນ​ເພື່ອ​ອຸທິດ​ຖວາຍ​ຮູບປັ້ນ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ຕັ້ງ​ຂຶ້ນ​ນັ້ນ ແລະ ພວກເຂົາ​ກໍ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ຮູບປັ້ນ​ນັ້ນ.
4ແລ້ວ​ຜູ້ປະກາດ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ບັນດາ​ພົນລະເມືອງ​ທຸກ​ຊາດ ແລະ ທຸກ​ພາສາ, ພວກທ່ານ​ທັງຫລາຍ​ໄດ້​ຮັບ​ຄຳສັ່ງ​ໃຫ້​ເຮັດ​ດັ່ງນີ້: 5ທັນທີ​ທີ່​ພວກທ່ານ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ, ພວກທ່ານ​ຈະ​ຕ້ອງ​ຈົ່ງ​ກົ້ມ​ກາບ​ລົງ ແລະ ຂາບໄຫວ້​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ສ້າງ​ຂຶ້ນ. 6ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ”.
7ເຫດສະນັ້ນ ທັນ​ທີ​ທີ່​ພວກເຂົາ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ, ພົນລະເມືອງ​ທັງໝົດ​ຈາກ​ທຸກ​ຊາດ ແລະ ທຸກ​ພາສາ​ກໍ​ກົ້ມ​ຂາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ສ້າງ​ຂຶ້ນ.
8ໃນ​ເວລາ​ນັ້ນ​ມີ​ໂຫລາຈານ#3:8 ຫລື ຊາວ​ຄານເດອາ​ບາງ​ຄົນ​ໄດ້​ມາ ແລະ ຟ້ອງ​ກະສັດ​ເລື່ອງ​ຊາວຢິວ. 9ພວກເຂົາ​ໄດ້​ເວົ້າ​ກັບ​ກະສັດ​ເນບູກາດເນັດຊາ​ວ່າ, “ຂ້າ​ແດ່​ກະສັດ ຂໍ​ກະສັດ​ຈົ່ງ​ໝັ້ນຍືນ! 10ທ່ານ​ໄດ້​ອອກ​ຄຳສັ່ງ​ວ່າ​ທຸກຄົນ​ທີ່​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ແລ້ວ​ຈະ​ຕ້ອງ​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ຄຳ, 11ແລະ ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຍອມ​ກົ້ມ​ຂາບ​ລົງ ແລະ ກາບໄຫວ້​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່. 12ຂ້າ​ແດ່​ກະສັດ, ແຕ່​ມີ​ຊາວຢິວ​ບາງ​ຄົນ​ຄື ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ທີ່​ບໍ່​ໄດ້​ສົນໃຈ​ຕໍ່​ຄຳສັ່ງ​ຂອງ​ທ່ານ​ເລີຍ. ພວກເຂົາ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ທ່ານ ແລະ ບໍ່​ຍອມ​ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ”.
13ເນບູກາດເນັດຊາ​ຈຶ່ງ​ໂກດຮ້າຍ​ຫລາຍ ແລະ ໄດ້​ສັ່ງ​ໃຫ້​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ມາ​ພົບ​ເພິ່ນ. ດັ່ງນັ້ນ ຊາຍ​ສາມ​ຄົນ​ນີ້​ຈຶ່ງ​ຖືກ​ນຳ​ມາ​ພົບ​ກະສັດ, 14ແລ້ວ​ເນບູກາດເນັດຊາ​ກໍ​ເວົ້າ​ກັບ​ພວກເຂົາ​ວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ເປັນ​ຄວາມຈິງ​ບໍ ທີ່​ພວກເຈົ້າ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ເຮົາ ຫລື ບໍ່​ຍອມ​ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ເຮົາ​ໄດ້​ຕັ້ງ​ຂຶ້ນ? 15ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຍິນ​ສຽງ​ແກ, ຂຸ່ຍ, ພິນ, ພິນ​ນ້ອຍ, ພິນ​ໃຫຍ່, ປີ່ ແລະ ສຽງ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ດັງ​ຂຶ້ນ, ຖ້າ​ພວກເຈົ້າ​ພ້ອມ​ທີ່​ຈະ​ກົ້ມ​ກາບ​ລົງ ແລະ ກາບໄຫວ້​ຮູບປັ້ນ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ກໍ​ດີ​ຫລາຍ. ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ກາບໄຫວ້​ຮູບປັ້ນ, ພວກເຈົ້າ​ກໍ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່​ທັນທີ. ແລ້ວ​ພະ​ຕົນ​ໃດ​ຈະ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ໄປ​ໄດ້?”
16ຊັດຣາກ, ເມຊາກ, ອາເບັດເນໂກ​ໄດ້​ຕອບ​ກະສັດ​ວ່າ, “ຂ້າ​ແດ່​ກະສັດ​ເນບູກາດເນັດຊາ, ພວກຂ້ານ້ອຍ​ບໍ່​ຈຳເປັນ​ຕ້ອງ​ແກ້ໂຕ​ເພື່ອ​ຕົນ​ເອງ​ຕໍ່​ທ່ານ​ໃນ​ເລື່ອງ​ນີ້. 17ຖ້າ​ພວກຂ້ານ້ອຍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່, ພຣະເຈົ້າ​ທີ່​ພວກຂ້ານ້ອຍ​ຮັບໃຊ້​ນັ້ນ​ຈະ​ກອບກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຕົາໄຟ​ນັ້ນ ແລະ ພຣະອົງ​ຈະ​ກອບກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ທ່ານ​ໄດ້. 18ແຕ່​ເຖິງ​ແມ່ນ​ວ່າ​ພຣະອົງ​ບໍ່​ຊ່ວຍ, ຂ້າ​ແດ່​ກະສັດ, ພວກຂ້ານ້ອຍ​ກໍ​ຂໍ​ໃຫ້​ທ່ານ​ຮູ້​ວ່າ ພວກຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບໃຊ້​ບັນດາ​ພະ​ຂອງ​ທ່ານ ຫລື ກາບໄຫວ້​ຮູບປັ້ນ​ຄຳ​ທີ່​ທ່ານ​ໄດ​ສ້າງ​ຂຶ້ນ​ນັ້ນ​ເດັດຂາດ”.
19ແລ້ວ​ເຈົ້າ​ເນບູກາດເນັດຊາ​ກໍ​ໃຈຮ້າຍ​ໃຫ້​ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ແລ້ວ​ທ່າທີ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ພວກເຂົາ​ກໍ​ປ່ຽນ​ໄປ. ເພິ່ນ​ໄດ້​ສັ່ງ​ໃຫ້​ສຸມ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນແຮງ​ຂຶ້ນ​ກວ່າ​ເກົ່າ​ອີກ​ເຈັດ​ເທົ່າ 20ແລະ ສັ່ງ​ໃຫ້​ພວກທະຫານ​ທີ່​ແຂງແຮງ​ທີ່​ສຸດ​ໃນ​ກອງທັບ​ຂອງ​ເພິ່ນ​ຈັບ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ມັດ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກໍາລັງ​ລຸກ​ຢູ່. 21ດັ່ງນັ້ນ ພວກ​ທະຫານ​ຈຶ່ງ​ໄດ້​ຈັບ​ຊາຍ​ສາມ​ຄົນ​ມັດ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກຳລັງ​ລຸກ​ຢູ່, ທັງ​ທີ່​ຊາຍ​ທັງ​ສາມ​ຄົນ​ນັ້ນ​ຍັງ​ຄຽນ​ຜ້າ​ຢູ່​ຫົວ, ນຸ່ງ​ເສື້ອຄຸມ, ໂສ້ງ ແລະ ເຄື່ອງ​ແຕ່ງ​ກາຍ​ອື່ນໆ​ຂອງ​ຕົນ​ຢູ່. 22ຄຳສັ່ງ​ຂອງ​ກະສັດ​ແມ່ນ​ຮີບ​ດ່ວນ​ຫລາຍ ແລະ ເຕົາໄຟ​ກໍ​ຮ້ອນແຮງ​ຈົນ​ແປວໄຟ​ໄດ້​ຂ້າ​ທະຫານ​ທີ່​ຈັບ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ນັ້ນ​ຕາຍ. 23ແລ້ວ​ຊາຍ​ທັງສາມ​ຄົນ​ທີ່​ຖືກ​ມັດ​ໄວ້​ຢ່າງ​ແໜ້ນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ທີ່​ກໍາລັງ​ລຸກ​ຢູ່.
24ຫລັງຈາກນັ້ນ ກະສັດ​ເນບູກາດເນັດຊາ​ກໍ​ໄດ້​ລຸກ​ຢືນ​ຂຶ້ນ​ທັນທີ​ດ້ວຍ​ປະຫລາດ​ໃຈ ແລະ ໄດ້​ຖາມ​ບັນດາ​ທີ່ປຶກສາ​ຂອງ​ຕົນ​ວ່າ, “ພວກເຮົາ​ໄດ້​ມັດ​ຊາຍ​ສາມ​ຄົນ​ໄວ້ ແລະ ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ບໍ່​ແມ່ນ​ບໍ?”
ພວກເຂົາ​ໄດ້​ຕອບ​ວ່າ, “ຂ້າ​ແດ່​ກະສັດ, ແມ່ນ​ແລ້ວ”.
25ກະສັດ​ໄດ້​ເວົ້າ​ວ່າ, “ແຕ່​ເບິ່ງ​ແມ, ເຮົາ​ເຫັນ​ສີ່​ຄົນ​ກຳລັງ​ຍ່າງ​ຢູ່​ໃນ​ໄຟ, ພວກເຂົາ​ບໍ່​ໄດ້​ຖືກ​ມັດ ແລະ ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ ແລະ ຄົນ​ທີ​ສີ່​ນັ້ນ​ກໍ​ເບິ່ງ​ຄື​ກັບ​ລູກຊາຍ​ຂອງ​ພະ​ທັງຫລາຍ”.
26ດັ່ງນັ້ນ ເນບູກາດເນັດຊາ​ຈຶ່ງ​ເຂົ້າ​ໄປ​ທີ່​ປະຕູ​ຂອງ​ເຕົາໄຟ​ທີ່​ກຳລັງ​ລຸກ​ຢູ່​ນັ້ນ ແລະ ຮ້ອງ​ຂຶ້ນ​ວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ຈົ່ງ​ອອກ​ມາ! ຈົ່ງ​ອອກ​ມາ​ບ່ອນ​ນີ້!”
ດັ່ງນັ້ນ ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ຈຶ່ງ​ອອກ​ມາ​ຈາກ​ໄຟ, 27ແລ້ວ​ບັນດາ​ເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ​ຕ່າງ​ກໍ​ພາ​ກັນ​ມາ​ຫຸ້ມ​ເບິ່ງ​ຄົນ​ທັງ​ສາມ. ພວກເຂົາ​ໄດ້​ເຫັນ​ວ່າ​ໄຟ​ບໍ່​ໄດ້​ເຮັດ​ອັນຕະລາຍ​ຮ່າງກາຍ​ຂອງ​ພວກເຂົາ​ເລີຍ, ຜົມ​ຂອງ​ພວກເຂົາ​ກໍ​ບໍ່​ໄໝ້​ແມ່ນ​ແຕ່​ເສັ້ນ​ດຽວ; ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ບໍ​ຖືກ​ເຜົາ, ແລະ ບໍ່​ມີ​ແມ່ນ​ແຕ່​ກິ່ນ​ໄໝ້​ຢູ່​ນຳ​ພວກເຂົາ.
28ດັ່ງນັ້ນ ເນບູກາດເນັດຊາ​ຈຶ່ງ​ໄດ້​ເວົ້າ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້​ທີ່​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ ແລະ ຊ່ວຍ​ກອບກູ້​ຜູ້ຮັບໃຊ້​ຂອງ​ພຣະອົງ! ພວກເຂົາ​ໄວ້ວາງໃຈ​ໃນ​ພຣະອົງ ແລະ ໄດ້​ລະເມີດ​ຄຳສັ່ງ​ຂອງ​ກະສັດ ແລ້ວ​ຍອມ​ຕາຍ​ດີ​ກວ່າ​ໄປ​ຮັບໃຊ້ ຫລື ກາບໄຫວ້​ພະ​ອື່ນ​ນອກ​ຈາກ​ພຣະເຈົ້າ​ຂອງ​ຕົນ. 29ເຫດສະນັ້ນ, ເຮົາ​ຂໍ​ປະກາດ​ຄຳສັ່ງ​ວ່າ ພົນລະເມືອງ​ຊາດ​ໃດ ຫລື ພາສາ​ໃດ​ທີ່​ກ່າວ​ສິ່ງໃດ​ຕໍ່ສູ້​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ ເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ກາຍ​ເປັນ​ຊາກ​ຫັກພັງ. ເພາະ​ບໍ່​ມີ​ພະ​ອື່ນ​ໃດ​ສາມາດ​ຊ່ວຍ​ໄດ້​ເຖິງ​ປານ​ນີ້”.
30ຫລັງຈາກນັ້ນ ກະສັດ​ກໍ​ໄດ້​ເລື່ອນ​ຕຳແໜ່ງ​ໃຫ້​ແກ່​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໃຫ້​ສູງ​ຂຶ້ນ​ໃນ​ແຂວງ​ບາບີໂລນ.

Currently Selected:

ດານີເອນ 3: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in