YouVersion Logo
Search Icon

ດານີເອນ 2

2
ຄວາມ​ຝັນ​ຂອງ​ເນບູກາດເນັດຊາ
1ໃນ​ປີ​ທີ​ສອງ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ເນບູກາດເນັດຊາ​ໄດ້​ຝັນ; ແລ້ວ​ເພິ່ນ​ກໍ​ທຸກໃຈ​ຫລາຍ ແລະ ເຮັດ​ໃຫ້​ເພິ່ນ​ນອນ​ບໍ່​ຫລັບ. 2ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ເອີ້ນ​ນັກຫລິ້ນ​ອາຄົມ, ນັກຫລິ້ນ​ເວດມົນ, ພໍ່ມົດ​ໝໍຜີ ແລະ ພວກ​ໂຫລາຈານ#2:2 ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 4, 5 ແລະ 10​ມາ​ພົບ​ເພື່ອ​ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ເພິ່ນ​ຝັນ​ເລື່ອງ​ຫຍັງ. ເມື່ອ​ພວກເຂົາ​ມາ​ພົບ ແລະ ຢືນ​ຢູ່​ຕໍ່ໜ້າ​ກະສັດ, 3ກະສັດ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ຝັນ ເຊິ່ງ​ເຮັດ​ໃຫ້​ເຮົາ​ທຸກ​ໃຈ​ຫລາຍ ແລະ ເຮົາ​ຢາກ​ຮູ້​ວ່າ​ຝັນ​ນັ້ນ​ໝາຍ​ເຖິງ​ຫຍັງ”.
4ແລ້ວ​ພວກ​ໂຫລາຈານ​ຈຶ່ງ​ຕອບ​ກະສັດ#2:4 ເນື້ອ​ຄວາມ​ຂອງ​ຕົ້ນ​ສະບັບ​ຕັ້ງ​ແຕ່​ຕອນ​ນີ້​ຈົນ​ເຖິງ​ບົດ​ທີ່ 7 ເປັນ​ພາສາ​ອາຣາມິກ​ວ່າ, “ຂໍ​ກະສັດ​ຈົ່ງ​ຈະເລີນ! ຂໍ​ໂຜດ​ເລົ່າ​ຄວາມ​ຝັນ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ຟັງ, ແລ້ວ​ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ”.
5ກະສັດ​ໄດ້​ຕອບ​ພວກ​ໂຫລາຈານ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຕັ້ງ​ໃຈ​ຢ່າງ​ໜັກແໜ້ນ​ແລ້ວ​ວ່າ: ຖ້າ​ພວກເຈົ້າ​ບອກ​ເຮົາ​ບໍ່​ໄດ້​ວ່າ​ເຮົາ​ຝັນ​ຫຍັງ ແລະ ມັນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ, ເຮົາ​ຈະ​ຕ້ອງ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ ແລະ ເຮືອນ​ຂອງ​ພວກເຈົ້າ​ຈະ​ກາຍເປັນ​ຊາກ​ຫັກພັງ. 6ແຕ່​ຖ້າ​ພວກເຈົ້າ​ບອກ​ເຮົາ​ໄດ້​ວ່າ​ເຮົາ​ຝັນ​ຫຍັງ ແລະ ອະທິບາຍ​ໄດ້, ເຈົ້າ​ຈະ​ໄດ້​ຮັບ​ຂອງຂັວນ​ກັບ​ລາງວັນ ແລະ ກຽດຕິຍົດ​ອັນ​ຍິ່ງໃຫຍ່​ຈາກ​ເຮົາ. ດັ່ງນັ້ນ ຈົ່ງ​ບອກ​ເຮົາ​ວ່າ​ເຮົາ​ຝັນ​ຫຍັງ ແລະ ຕີ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ເຮົາ”.
7ພວກເຂົາ​ໄດ້​ຕອບ​ກະສັດ​ອີກ​ວ່າ, “ຂໍ​ກະສັດ​ເລົ່າ​ຄວາມ​ຝັນ​ຂອງ​ທ່ານ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ຟັງ, ແລ້ວ​ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້”.
8ຫລັງຈາກນັ້ນ ກະສັດ​ກໍ​ໄດ້​ຕອບ​ວ່າ, “ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ກໍາລັງ​ພະຍາຍາມ​ຖ່ວງ​ເວລາ​ໄວ້, ເພາະ​ພວກເຈົ້າ​ກໍ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ​ເດັດຂາດ​ແລ້ວ​ວ່າ: 9ຖ້າ​ພວກເຈົ້າ​ບໍ່​ບອກ​ເຮົາ​ວ່າ​ເຮົາ​ຝັນ​ຫຍັງ, ກໍ​ມີ​ແຕ່​ລົງໂທດ​ພວກເຈົ້າ​ຢ່າງ​ດຽວ. ພວກເຈົ້າ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັນ​ເລົ່າ​ເລື່ອງ​ຫລອກລວງ ແລະ ຊົ່ວຮ້າຍ​ໃຫ້​ເຮົາ​ຟັງ, ໂດຍ​ຫວັງ​ວ່າ​ເຮົາ​ຈະ​ປ່ຽນ​ໃຈ. ດັ່ງນັ້ນ ຈົ່ງ​ເລົ່າ​ຄວາມ​ຝັນ​ໃຫ້​ເຮົາ​ຟັງ ແລະ ເຮົາ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເຮົາ​ໄດ້”.
10ພວກໂຫລາ​ຈານ​ໄດ້​ຕອບ​ກະສັດ​ວ່າ, “ບໍ່​ມີ​ຜູ້ໃດ​ໃນ​ໂລກ​ສາມາດ​ເຮັດ​ຕາມ​ສິ່ງ​ທີ່​ກະສັດ​ຖາມ​ນັ້ນ​ໄດ້! ບໍ່​ມີ​ກະສັດ​ຄົນ​ໃດ​ຈະ​ຖາມ​ຢ່າງ​ນີ້​ຈາກ​ຄົນ​ຫລິ້ນ​ອາຄົມ, ນັດ​ເວດມົນ ຫລື​ໂຫລາຈານ​ໄດ້ ບໍ່​ວ່າ​ກະສັດ​ຄົນ​ນັ້ນ​ຈະ​ຍິ່ງໃຫຍ່​ຫລາຍ​ປານໃດ. 11ສິ່ງ​ທີ່​ກະສັດ​ຖາມ​ນັ້ນ​ແມ່ນ​ຍາກ​ເກີນ​ໄປ. ບໍ່​ມີ​ຜູ້ໃດ​ສາມາດ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ແກ່​ກະສັດ​ໄດ້ ນອກ​ຈາກ​ພະ​ທັງຫລາຍ ແລະ ພະ​ເຫລົ່າ​ນັ້ນ​ກໍ​ບໍ່​ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ”.
12ເມື່ອ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ ກະສັດ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ​ນັກປາດ​ທັງໝົດ​ໃນ​ບາບີໂລນ. 13ດັ່ງນັ້ນ ຈຶ່ງ​ມີ​ຄຳສັ່ງ​ອອກ​ມາ​ໃຫ້​ຂ້າ​ພວກ​ນັກປາດ ແລ້ວ​ກໍ​ມີ​ຄົນ​ຖືກ​ສົ່ງ​ໄປ​ຊອກ​ຫາ​ດານີເອນ​ກັບ​ໝູ່​ຂອງ​ລາວ​ເພື່ອ​ນຳ​ເອົາ​ພວກເຂົາ​ໄປ​ຂ້າ.
14ເມື່ອ​ອາຣີໂອກ​ຜູ້​ບັນຊາການ​ທະຫານ​ຍາມ​ຂອງ​ກະສັດ, ພວກເຂົາ​ໄດ້​ອອກ​ໄປ​ເພື່ອ​ຂ້າ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ, ດານີເອນ​ຈຶ່ງ​ໄດ້​ເວົ້າ​ກັບ​ລາວ​ດ້ວຍ​ສະຕິປັນຍາ ແລະ ໄຫວພິບ. 15ດານີເອນ​ໄດ້​ຖາມ​ຂ້າລາຊະການ​ຂອງ​ກະສັດ​ວ່າ, “ດ້ວຍ​ເຫດ​ໃດ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ຮຸນແຮງ​ຢ່າງ​ນີ້?” ອາຣີໂອກ​ກໍ​ໄດ້​ອະທິບາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃຫ້​ດານີເອນ​ຟັງ. 16ດ້ວຍ​ເຫດ​ນີ້ ດານີເອນ​ຈຶ່ງ​ໄດ້​ໄປ​ເຂົ້າ​ພົບ​ກະສັດ ແລະ ໄດ້​ຂໍ​ເວລາ, ເພື່ອ​ວ່າ​ດານີເອນ​ຈະ​ໄດ້​ຕີ​ຄວາມຫມາຍ​ຂອງ​ຄວາມ​ຝັນ​ໃຫ້​ໃຫ້​ກະສັດ​ຟັງ.
17ແລ້ວ​ດານີເອນ​ກໍ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ ແລະ ໄດ້​ອະທິບາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ​ໃຫ້​ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ໝູ່​ຂອງ​ຕົນ​ຟັງ. 18ລາວ​ໄດ້​ຂໍຮ້ອງ​ໃຫ້​ພວກເຂົາ​ອະທິຖານ​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ​ກ່ຽວກັບ​ເລື່ອງ​ເລິກລັບ​ນີ້, ເພື່ອ​ວ່າ​ດານີເອນ​ກັບ​ໝູ່​ຂອງ​ຕົນ​ຈະ​ບໍ່​ຖືກ​ປະຫານ​ຊີວິດ​ພ້ອມ​ກັບ​ນັກປາດ​ທັງຫລາຍ​ໃນ​ບາບີໂລນ. 19ໃນ​ຄືນ​ນັ້ນ ຄວາມ​ເລິກລັບ​ນັ້ນ​ໄດ້​ຖືກ​ເປີດເຜີຍ​ໃຫ້​ດານີເອນ​ຮູ້​ໃນ​ທາງ​ນິມິດ. ຫລັງ​ຈາກ​ນັ້ນ ດານີເອນ​ຈຶ່ງ​ໄດ້​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ 20ແລະ ກ່າວ​ວ່າ:
“ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຕະຫລອດ​ໄປ​ເປັນນິດ;
ສະຕິປັນຍາ ແລະ ລິດອຳນາດ​ຈົ່ງ​ເປັນ​ຂອງ​ພຣະອົງ.
21ພຣະອົງ​ໄດ້​ປ່ຽນແປງ​ເວລາ ແລະ ລະດູການ;
ພຣະອົງ​ໄດ້​ແຕ່ງຕັ້ງ ແລະ ຖອນ​ກະສັດ.
ພຣະອົງ​ໃຫ້​ສະຕິປັນຍາ​ແກ່​ຜູ້​ທີ່​ສະຫລາດ
ແລະ ໃຫ້​ຄວາມ​ຮູ້​ແກ່​ຜູ້​ທີ່​ສະຫລາດ​ຫລັກແຫລມ.
22ພຣະອົງ​ເປີດເຜີຍ​ສິ່ງ​ເລິກ ແລະ ສິ່ງ​ທີ່​ເຊື່ອງ​ຢູ່;
ພຣະອົງ​ຮູ້​ສິ່ງ​ທີ່​ແອບແຝງ​ຢູ່​ໃນ​ຄວາມ​ມືດ
ແລະ ຄວາມ​ສະຫວ່າງ​ຢູ່​ກັບ​ພຣະອົງ.
23ຂ້າ​ແດ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຂອບພຣະຄຸນ ແລະ ສັນລະເສີນ​ພຣະອົງ:
ພຣະອົງ​ໄດ້​ໃຫ້​ສະຕິປັນຍາ ແລະ ລິດອຳນາດ​ແກ່​ຂ້ານ້ອຍ,
ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຮູ້​ເຖິງ​ສິ່ງ​ທີ່​ພວກຂ້ານ້ອຍ​ຂໍ​ຈາກ​ພຣະອົງ,
ພຣະອົງ​ໄດ້​ເຮັດ​ໃຫ້​ພວກຂ້ານ້ອຍ​ຮູ້​ຄວາມ​ຝັນ​ຂອງ​ກະສັດ”.
ດານີເອນ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ
24ຫລັງຈາກນັ້ນ ດານີເອນ​ກໍ​ໄດ້​ໄປ​ຫາ​ອາຣີໂອກ, ຜູ້​ທີ່​ກະສັດ​ໄດ້​ແຕ່ງຕັ້ງ​ໃຫ້​ໄປ​ປະຫານ​ຊີວິດ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ ແລະ ດານີເອນ​ກໍ​ເວົ້າ​ກັບ​ລາວ​ວ່າ, “ຢ່າ​ປະຫານ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ​ເລີຍ. ຂໍ​ໃຫ້​ທ່ານ​ພາ​ຂ້ານ້ອຍ​ໄປ​ພົບ​ກະສັດ ແລະ ຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເພິ່ນ”.
25ອາຣີໂອກ​ຈຶ່ງ​ໄດ້​ພາ​ດານີເອນ​ເຂົ້າ​ໄປ​ພົບ​ກະສັດ​ທັນທີ ແລະ ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ໃນ​ທ່າມກາງ​ຊະເລີຍ​ທີ່​ມາ​ຈາກ​ຢູດາຍ ເຊິ່ງ​ສາມາດ​ບອກ​ວ່າ​ຄວາມ​ຝັນ​ຂອງ​ກະສັດ​ນັ້ນ​ໝາຍ​ຄວາມ​ວ່າ​ຫຍັງ”.
26ກະສັດ​ໄດ້​ຖາມ​ດານີເອນ (ຫລື​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເບັນເຕຊັດຊາເຣ), “ເຈົ້າ​ສາມາດ​ບອກ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ຄວາມຝັນ​ຂອງ​ເຮົາ ແລະ ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໄດ້​ບໍ?”
27ດານີເອນ​ໄດ້​ຕອບ​ວ່າ, “ບໍ່​ມີ​ນັກປາດ, ນັກ​ເວດມົນ, ນັກຫລິ້ນ​ອາຄົມ, ໝໍໂຫນ​ຄົນ​ໃດ​ສາມາດ​ອະທິບາຍ​ໃຫ້​ກະສັດ​ຮູ້​ເຖິງ​ຄວາມ​ເລິກລັບ​ທີ່​ທ່ານ​ຖາມ​ນັ້ນ​ໄດ້, 28ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ​ໃນ​ຟ້າ​ສະຫວັນ​ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ​ນີ້​ໄດ້. ພຣະອົງ​ໄດ້​ສໍາແດງ​ໃຫ້​ກະສັດ​ເນບູກາດເນັດຊາ​ເຫັນ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຄວາມ​ຝັນ ແລະ ນິມິດ​ຂອງ​ທ່ານ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ທ່ານ​ຂະນະ​ທີ່​ທ່ານ​ກໍາລັງ​ນອນ​ຫລັບ​ຢູ່​ເທິງ​ຕຽງ​ມີ​ດັ່ງນີ້:
29“ຂ້າ​ແດ່​ກະສັດ ຂະນະທີ່​ທ່ານ​ກໍາລັງ​ນອນ​ຫລັບ​ຢູ່​ນັ້ນ, ທ່ານ​ໄດ້​ຝັນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ ແລະ ພຣະເຈົ້າ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ກໍ​ສະແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ. 30ທີ່​ພຣະເຈົ້າ​ໃຫ້​ຄວາມ​ເລິກລັບ​ນີ້​ຖືກ​ເປີດເຜີຍ​ແກ່​ຂ້ານ້ອຍ, ບໍ່​ແມ່ນ​ເພາະ​ຂ້ານ້ອຍ​ມີ​ສະຕິປັນຍາ​ຫລາຍ​ກວ່າ​ຄົນ​ອື່ນໆ, ແຕ່​ເພື່ອ​ວ່າ​ທ່ານ​ຈະ​ຮູ້​ຄວາມໝາຍ ແລະ ເຂົ້າໃຈ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ນັ້ນ.
31“ຂ້າ​ແດ່​ກະສັດ ທ່ານ​ໄດ້​ແນມ​ເຫັນ​ຮູບ​ປັ້ນ​ຂະໜາດ​ໃຫຍ່​ຕັ້ງ​ຢູ່​ຕໍ່ໜ້າ​ທ່ານ, ສ່ອງແສງ​ເຫລື້ອມ, ມີ​ລັກສະນະ​ເປັນ​ຕາ​ໜ້າ​ຢ້ານ. 32ຫົວ​ຂອງ​ຮູບປັ້ນ​ນັ້ນ​ແມ່ນ​ເຮັດ​ດ້ວຍ​ຄຳ​ບໍລິສຸດ, ໜ້າເອິກ ແລະ ແຂນ​ແມ່ນ​ເຮັດ​ດ້ວຍ​ເງິນ, ທ້ອງ ແລະ ກົກຂາ​ແມ່ນ​ເຮັດ​ດ້ວຍ​ທອງສຳລິດ, 33ຂາ​ແມ່ນ​ເຮັດ​ດ້ວຍ​ເຫລັກ, ຕີນ​ສ່ວນ​ໜຶ່ງ​ເປັນ​ເຫລັກ ແລະ ຕີນ​ອີກ​ສ່ວນ​ໜຶ່ງ​ເປັນ​ດິນດາກ. 34ໃນ​ຂະນະ​ທີ່​ທ່ານ​ກໍາລັງ​ເບິ່ງ​ຢູ່​ນັ້ນ, ກໍ​ມີ​ຫີນ​ກ້ອນ​ໜຶ່ງ​ຖືກ​ຕັດ​ອອກ​ມາ, ແຕ່​ບໍ່​ແມ່ນ​ດ້ວຍ​ມື​ຂອງ​ມະນຸດ. ຫີນ​ກ້ອນ​ນັ້ນ​ໄດ້​ກະທົບ​ໃສ່​ຕີນ​ເຫລັກ ແລະ ຕີນ​ດິນດາກ​ຂອງ​ຮູບ​ປັ້ນ ແລ້ວ​ກໍ​ແຕກ​ກະຈາຍ. 35ແລ້ວ​ເຫລັກ, ດິນດາກ, ທອງສຳລິດ, ເງິນ ແລະ ຄຳ ກໍ​ແຕກ​ເປັນ​ປ່ຽງໆ ແລະ ກາຍເປັນ​ເໝືອນ​ຂີ້ແກບ​ຢູ່​ທີ່​ລານ​ຟາດ​ເຂົ້າ​ໃນ​ລະດູ​ຮ້ອນ. ລົມ​ໄດ້​ພັດ​ຂີ້ແກບ​ນັ້ນ​ໄປ​ບໍ່​ເຫລືອ​ຮ່ອງຮອຍ​ໄວ້​ເລີຍ. ແຕ່​ກ້ອນຫີນ​ທີ່​ກະທົບ​ໃສ່​ຮູບປັ້ນ​ກາຍເປັນ​ພູເຂົາ​ໃຫຍ່​ປົກຄຸມ​ທົ່ວ​ແຜ່ນດິນ​ໂລກ.
36“ນີ້​ຄື​ຄວາມ​ຝັນ ແລະ ບັດນີ້ ພວກຂ້ານ້ອຍ​ຈະ​ຕີ​ຄວາມໝາຍ​ໃຫ້​ທ່ານ. 37ຂ້າ​ແດ່​ກະສັດ ທ່ານ​ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ໄດ້​ໃຫ້​ບາລະມີ, ລິດອຳນາດ, ຄວາມ​ຍິ່ງໃຫຍ່ ແລະ ສະຫງ່າລາສີ​ແກ່​ທ່ານ; 38ພຣະເຈົ້າ​ໄດ້​ມອບ​ມະນຸດ​ທຸກຊາດ​ກັບ​ສັດ​ປ່າ​ໃນ​ທົ່ງ ແລະ ຝູງນົກ​ໃນ​ທ້ອງຟ້າ​ໄວ້​ໃນ​ມື​ຂອງ​ທ່ານ. ພຣະເຈົ້າ​ໄດ້​ໃຫ້​ທ່ານ​ຄອບຄອງ​ສິ່ງ​ເຫລົ່ານັ້ນ​ບໍ່​ວ່າ​ພວກມັນ​ອາໄສ​ຢູ່​ໃສ​ກໍ​ຕາມ. ຫົວ​ຄຳ​ນັ້ນ​ຄື​ທ່ານ​ເອງ.
39“ຕໍ່​ຈາກ​ທ່ານ​ໄປ​ແລ້ວ ຈະ​ມີ​ອີກ​ອານາຈັກ​ໜຶ່ງ​ທີ່​ຈະ​ຮຸ່ງ​ຂຶ້ນ​ມາ, ແຕ່​ນ້ອຍ​ກວ່າ​ອານາຈັກ​ຂອງ​ທ່ານ, ຈາກ​ນັ້ນ​ເປັນ​ອານາຈັກ​ທີ​ສາມ​ຄື​ທອງສຳລິດ, ເຊິ່ງ​ຈະ​ປົກຄອງ​ທົ່ວ​ແຜ່ນດິນ​ໂລກ. 40ທ້າຍ​ສຸດ ຈະ​ມີ​ອານາຈັກ​ທີ​ສີ່ ເຊິ່ງ​ແຂງແກ່ນ​ເໝືອນດັ່ງ​ເຫລັກ, ເຫລັກ​ນັ້ນ​ຈະ​ເຮັດ​ໃຫ້​ແຕກ ແລະ ທຸບ​ທຸກສິ່ງ ອານາຈັກ​ນັ້ນ​ຈະ​ຍ່ອງ​ອານາຈັກ​ອື່ນໆ​ທັງໝົດ​ໃຫ້​ແຫລກ ແລະ ເໝືອນ​ເຫລັກ​ທີ່​ເຮັດ​ໃຫ້​ສິ່ງ​ອື່ນໆ​ໝຸ່ນ​ໄປ. 41ຕາມ​ທີ່​ທ່ານ​ເຫັນ​ວ່າ​ຕີນ ແລະ ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ດິນດາກ ແລະ ອີກ​ສ່ວນ​ໜຶ່ງ​ເປັນ​ເຫລັກ, ດັ່ງນັ້ນ ສິ່ງ​ນີ້​ຈະ​ເປັນ​ອານາຈັກ​ທີ່​ແຕກແຍກ; ແຕ່​ກໍ​ຈະ​ມີ​ບາງ​ສ່ວນ​ແຂງແຮງ​ເໝືອນດັ່ງ​ເຫລັກ​ປົນ​ຢູ່, ຕາມ​ທີ່​ທ່ານ​ເຫັນ​ເຫລັກ​ປະສົມ​ກັນ​ກັບ​ດິນດາກ. 42ດັ່ງ​ທີ່​ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ເຫລັກ ແລະ ສ່ວນ​ໜຶ່ງ​ອີກ​ເປັນ​ດິນດາກ, ດັ່ງນັ້ນ ອານາຈັກ​ນີ້​ກໍ​ຈະ​ມີ​ສ່ວນ​ທີ່​ແຂງແກ່ນ ແລະ ສ່ວນ​ທີ່​ອ່ອນແອ. 43ແລະ ຕາມ​ທີ່​ທ່ານ​ເຫັນ​ເຫລັກ​ປົນ​ກັບ​ດິນດາກ ດັ່ງນັ້ນ ປະຊາຊົນ​ກໍ​ປະສົມ​ປະສານ​ກັນ​ແຕ່​ບໍ່​ຮວມ​ເປັນ​ໜຶ່ງ​ດຽວ​ກັນ, ເຊິ່ງ​ກໍ​ບໍ່​ຕ່າງ​ຈາກ​ເຫລັກ​ປະສົມ​ກັບ​ດິນດາກ.
44“ໃນ​ສະໄໝ​ຂອງ​ກະສັດ​ເຫລົ່ານັ້ນ, ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ​ທີ່​ບໍ່​ມີ​ຜູ້ໃດ​ທຳລາຍ​ລ້າງ​ໄດ້, ທັງ​ຈະ​ບໍ່​ຕົກ​ເປັນ​ຂອງ​ຊົນຊາດ​ອື່ນ. ອານາຈັກ​ນີ້​ຈະ​ຟາດ​ອານາຈັກ​ອື່ນໆ​ທັງໝົດ ແລະ ເຮັດ​ໃຫ້​ອານາຈັກ​ເຫລົ່ານີ້​ເຖິງ​ຈຸດ​ຈົບ. ແຕ່​ອານາຈັກ​ນີ້​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ໄປ. 45ນີ້​ແມ່ນ​ຄວາມຫມາຍ​ຂອງ​ນິມິດ​ເລື່ອງ​ຫີນ​ກ້ອນ​ໜຶ່ງ​ທີ່​ຖືກ​ຕັດ​ອອກ​ມາ​ຈາກ​ພູເຂົາ, ເຊິ່ງ​ບໍ່​ແມ່ນ​ດ້ວຍ​ມື​ມະນຸດ. ຫີນ​ກ້ອນ​ນັ້ນ​ທີ່​ກະທົບ​ເຫລັກ, ທອງສຳລິດ, ດິນດາກ, ເງິນ ແລະ ຄຳ​ໃຫ້​ແຕກ​ກະຈາຍ.
“ພຣະເຈົ້າ​ຜູ້​ຍິ່ງໃຫຍ່​ໄດ້​ສໍາແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຄວາມ​ຝັນ​ນີ້​ເປັນ​ຄວາມຈິງ ແລະ ການ​ຕີ​ຄວາມໝາຍ​ນີ້​ກໍ​ເປັນ​ທີ່​ເຊື່ອ​ຖື​ໄດ້”.
46ແລ້ວ​ກະສັດ​ເນບູກາດເນັດຊາ​ກໍ​ໝອບ​ກາບ​ລົງ​ຕໍ່ໜ້າ​ດານີເອນ ແລະ ໃຫ້​ກຽດ​ລາວ ແລ້ວ​ກໍ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ເຄື່ອງບູຊາ ແລະ ເຄື່ອງ​ຫອມ​ມາ​ມອບ​ໃຫ້​ແກ່​ລາວ. 47ກະສັດ​ເວົ້າ​ກັບ​ດານີເອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ເໜືອ​ພະ​ທັງຫລາຍ ພຣະອົງ​ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ​ຢ່າງ​ແນ່ນອນ, ເພາະວ່າ​ເຈົ້າ​ສາມາດ​ເປີດເຜີຍ​ຄວາມ​ເລິກລັບ​ນີ້​ໄດ້”.
48ຫລັງ​ຈາກ​ນັ້ນ ກະສັດ​ໄດ້​ແຕ່ງຕັ້ງ​ດານີເອນ​ໃຫ້​ດຳລົງ​ຕຳແໜ່ງ​ສູງ ແລະ ມອບ​ລາງວັນ​ໃຫ້​ລາວ​ຫລາຍ​ຢ່າງ. ເພິ່ນ​ໄດ້​ຕັ້ງ​ລາວ​ໃຫ້​ປົກຄອງ​ທົ່ວ​ແຂວງ​ບາບີໂລນ ແລະ ໃຫ້​ຮັບຜິດຊອບ​ເບິ່ງແຍງ​ນັກປາດ​ທັງໝົດ​ຂອງ​ບາບີໂລນ. 49ຫລາຍ​ກວ່າ​ນັ້ນ, ກະສັດ​ຍັງ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ ອາເບັດເນໂກ​ໃຫ້​ເປັນ​ຜູ້​ບໍລິຫານ​ແຂວງ​ບາບີໂລນ​ຕາມ​ຄໍາ​ຂໍ​ຂອງ​ດານີເອນ, ສ່ວນ​ດານີເອນ​ເອງ​ກໍ​ຍັງ​ຢູ່​ໃນ​ວັງ.

Currently Selected:

ດານີເອນ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in