ດານີເອນ 2
2
ຄວາມຝັນຂອງເນບູກາດເນັດຊາ
1ໃນປີທີສອງຂອງການປົກຄອງຂອງເພິ່ນ, ເນບູກາດເນັດຊາໄດ້ຝັນ; ແລ້ວເພິ່ນກໍທຸກໃຈຫລາຍ ແລະ ເຮັດໃຫ້ເພິ່ນນອນບໍ່ຫລັບ. 2ດັ່ງນັ້ນ ກະສັດຈຶ່ງໄດ້ເອີ້ນນັກຫລິ້ນອາຄົມ, ນັກຫລິ້ນເວດມົນ, ພໍ່ມົດໝໍຜີ ແລະ ພວກໂຫລາຈານ#2:2 ຫລື ຊາວຄານເດອາ ເຊັ່ນດຽວກັບຂໍ້ 4, 5 ແລະ 10ມາພົບເພື່ອບອກເພິ່ນໃຫ້ຮູ້ວ່າເພິ່ນຝັນເລື່ອງຫຍັງ. ເມື່ອພວກເຂົາມາພົບ ແລະ ຢືນຢູ່ຕໍ່ໜ້າກະສັດ, 3ກະສັດໄດ້ກ່າວກັບພວກເຂົາວ່າ, “ເຮົາໄດ້ຝັນ ເຊິ່ງເຮັດໃຫ້ເຮົາທຸກໃຈຫລາຍ ແລະ ເຮົາຢາກຮູ້ວ່າຝັນນັ້ນໝາຍເຖິງຫຍັງ”.
4ແລ້ວພວກໂຫລາຈານຈຶ່ງຕອບກະສັດ#2:4 ເນື້ອຄວາມຂອງຕົ້ນສະບັບຕັ້ງແຕ່ຕອນນີ້ຈົນເຖິງບົດທີ່ 7 ເປັນພາສາອາຣາມິກວ່າ, “ຂໍກະສັດຈົ່ງຈະເລີນ! ຂໍໂຜດເລົ່າຄວາມຝັນໃຫ້ບັນດາຜູ້ຮັບໃຊ້ຂອງທ່ານຟັງ, ແລ້ວພວກຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນນັ້ນ”.
5ກະສັດໄດ້ຕອບພວກໂຫລາຈານວ່າ, “ນີ້ແມ່ນສິ່ງທີ່ເຮົາໄດ້ຕັ້ງໃຈຢ່າງໜັກແໜ້ນແລ້ວວ່າ: ຖ້າພວກເຈົ້າບອກເຮົາບໍ່ໄດ້ວ່າເຮົາຝັນຫຍັງ ແລະ ມັນໝາຍຄວາມວ່າຢ່າງໃດ, ເຮົາຈະຕ້ອງຕັດພວກເຈົ້າເປັນຕ່ອນໆ ແລະ ເຮືອນຂອງພວກເຈົ້າຈະກາຍເປັນຊາກຫັກພັງ. 6ແຕ່ຖ້າພວກເຈົ້າບອກເຮົາໄດ້ວ່າເຮົາຝັນຫຍັງ ແລະ ອະທິບາຍໄດ້, ເຈົ້າຈະໄດ້ຮັບຂອງຂັວນກັບລາງວັນ ແລະ ກຽດຕິຍົດອັນຍິ່ງໃຫຍ່ຈາກເຮົາ. ດັ່ງນັ້ນ ຈົ່ງບອກເຮົາວ່າເຮົາຝັນຫຍັງ ແລະ ຕີຄວາມໝາຍຂອງຄວາມຝັນນັ້ນໃຫ້ເຮົາ”.
7ພວກເຂົາໄດ້ຕອບກະສັດອີກວ່າ, “ຂໍກະສັດເລົ່າຄວາມຝັນຂອງທ່ານໃຫ້ຜູ້ຮັບໃຊ້ຂອງທ່ານຟັງ, ແລ້ວພວກຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນນັ້ນໃຫ້”.
8ຫລັງຈາກນັ້ນ ກະສັດກໍໄດ້ຕອບວ່າ, “ເຮົາແນ່ໃຈວ່າພວກເຈົ້າກໍາລັງພະຍາຍາມຖ່ວງເວລາໄວ້, ເພາະພວກເຈົ້າກໍຮູ້ວ່າເຮົາໄດ້ຕັດສິນໃຈເດັດຂາດແລ້ວວ່າ: 9ຖ້າພວກເຈົ້າບໍ່ບອກເຮົາວ່າເຮົາຝັນຫຍັງ, ກໍມີແຕ່ລົງໂທດພວກເຈົ້າຢ່າງດຽວ. ພວກເຈົ້າໄດ້ສົມຮູ້ຮ່ວມຄິດກັນເລົ່າເລື່ອງຫລອກລວງ ແລະ ຊົ່ວຮ້າຍໃຫ້ເຮົາຟັງ, ໂດຍຫວັງວ່າເຮົາຈະປ່ຽນໃຈ. ດັ່ງນັ້ນ ຈົ່ງເລົ່າຄວາມຝັນໃຫ້ເຮົາຟັງ ແລະ ເຮົາຈະໄດ້ຮູ້ວ່າພວກເຈົ້າສາມາດຕີຄວາມໝາຍຂອງຄວາມຝັນໃຫ້ເຮົາໄດ້”.
10ພວກໂຫລາຈານໄດ້ຕອບກະສັດວ່າ, “ບໍ່ມີຜູ້ໃດໃນໂລກສາມາດເຮັດຕາມສິ່ງທີ່ກະສັດຖາມນັ້ນໄດ້! ບໍ່ມີກະສັດຄົນໃດຈະຖາມຢ່າງນີ້ຈາກຄົນຫລິ້ນອາຄົມ, ນັດເວດມົນ ຫລືໂຫລາຈານໄດ້ ບໍ່ວ່າກະສັດຄົນນັ້ນຈະຍິ່ງໃຫຍ່ຫລາຍປານໃດ. 11ສິ່ງທີ່ກະສັດຖາມນັ້ນແມ່ນຍາກເກີນໄປ. ບໍ່ມີຜູ້ໃດສາມາດເປີດເຜີຍເລື່ອງນີ້ໃຫ້ແກ່ກະສັດໄດ້ ນອກຈາກພະທັງຫລາຍ ແລະ ພະເຫລົ່ານັ້ນກໍບໍ່ໄດ້ຢູ່ໃນທ່າມກາງມະນຸດ”.
12ເມື່ອໄດ້ຍິນເຊັ່ນນີ້ແລ້ວ ກະສັດກໍໃຈຮ້າຍຫລາຍ ແລະ ເພິ່ນໄດ້ສັ່ງໃຫ້ປະຫານຊີວິດນັກປາດທັງໝົດໃນບາບີໂລນ. 13ດັ່ງນັ້ນ ຈຶ່ງມີຄຳສັ່ງອອກມາໃຫ້ຂ້າພວກນັກປາດ ແລ້ວກໍມີຄົນຖືກສົ່ງໄປຊອກຫາດານີເອນກັບໝູ່ຂອງລາວເພື່ອນຳເອົາພວກເຂົາໄປຂ້າ.
14ເມື່ອອາຣີໂອກຜູ້ບັນຊາການທະຫານຍາມຂອງກະສັດ, ພວກເຂົາໄດ້ອອກໄປເພື່ອຂ້ານັກປາດທັງຫລາຍຂອງບາບີໂລນ, ດານີເອນຈຶ່ງໄດ້ເວົ້າກັບລາວດ້ວຍສະຕິປັນຍາ ແລະ ໄຫວພິບ. 15ດານີເອນໄດ້ຖາມຂ້າລາຊະການຂອງກະສັດວ່າ, “ດ້ວຍເຫດໃດກະສັດຈຶ່ງອອກຄຳສັ່ງຮຸນແຮງຢ່າງນີ້?” ອາຣີໂອກກໍໄດ້ອະທິບາຍເລື່ອງທີ່ເກີດຂຶ້ນໃຫ້ດານີເອນຟັງ. 16ດ້ວຍເຫດນີ້ ດານີເອນຈຶ່ງໄດ້ໄປເຂົ້າພົບກະສັດ ແລະ ໄດ້ຂໍເວລາ, ເພື່ອວ່າດານີເອນຈະໄດ້ຕີຄວາມຫມາຍຂອງຄວາມຝັນໃຫ້ໃຫ້ກະສັດຟັງ.
17ແລ້ວດານີເອນກໍກັບຄືນເມືອເຮືອນຂອງຕົນ ແລະ ໄດ້ອະທິບາຍເລື່ອງທີ່ເກີດຂຶ້ນນັ້ນໃຫ້ຮານານີຢາ, ມີຊາເອນ ແລະ ອາຊາຣີຢາໝູ່ຂອງຕົນຟັງ. 18ລາວໄດ້ຂໍຮ້ອງໃຫ້ພວກເຂົາອະທິຖານຂໍຄວາມເມດຕາຈາກພຣະເຈົ້າແຫ່ງຟ້າສະຫວັນກ່ຽວກັບເລື່ອງເລິກລັບນີ້, ເພື່ອວ່າດານີເອນກັບໝູ່ຂອງຕົນຈະບໍ່ຖືກປະຫານຊີວິດພ້ອມກັບນັກປາດທັງຫລາຍໃນບາບີໂລນ. 19ໃນຄືນນັ້ນ ຄວາມເລິກລັບນັ້ນໄດ້ຖືກເປີດເຜີຍໃຫ້ດານີເອນຮູ້ໃນທາງນິມິດ. ຫລັງຈາກນັ້ນ ດານີເອນຈຶ່ງໄດ້ສັນລະເສີນພຣະເຈົ້າແຫ່ງຟ້າສະຫວັນ 20ແລະ ກ່າວວ່າ:
“ສັນລະເສີນນາມຂອງພຣະເຈົ້າຕະຫລອດໄປເປັນນິດ;
ສະຕິປັນຍາ ແລະ ລິດອຳນາດຈົ່ງເປັນຂອງພຣະອົງ.
21ພຣະອົງໄດ້ປ່ຽນແປງເວລາ ແລະ ລະດູການ;
ພຣະອົງໄດ້ແຕ່ງຕັ້ງ ແລະ ຖອນກະສັດ.
ພຣະອົງໃຫ້ສະຕິປັນຍາແກ່ຜູ້ທີ່ສະຫລາດ
ແລະ ໃຫ້ຄວາມຮູ້ແກ່ຜູ້ທີ່ສະຫລາດຫລັກແຫລມ.
22ພຣະອົງເປີດເຜີຍສິ່ງເລິກ ແລະ ສິ່ງທີ່ເຊື່ອງຢູ່;
ພຣະອົງຮູ້ສິ່ງທີ່ແອບແຝງຢູ່ໃນຄວາມມືດ
ແລະ ຄວາມສະຫວ່າງຢູ່ກັບພຣະອົງ.
23ຂ້າແດ່ພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ, ຂ້ານ້ອຍຂອບພຣະຄຸນ ແລະ ສັນລະເສີນພຣະອົງ:
ພຣະອົງໄດ້ໃຫ້ສະຕິປັນຍາ ແລະ ລິດອຳນາດແກ່ຂ້ານ້ອຍ,
ພຣະອົງໄດ້ໃຫ້ຂ້ານ້ອຍຮູ້ເຖິງສິ່ງທີ່ພວກຂ້ານ້ອຍຂໍຈາກພຣະອົງ,
ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍຮູ້ຄວາມຝັນຂອງກະສັດ”.
ດານີເອນຕີຄວາມໝາຍຂອງຄວາມຝັນ
24ຫລັງຈາກນັ້ນ ດານີເອນກໍໄດ້ໄປຫາອາຣີໂອກ, ຜູ້ທີ່ກະສັດໄດ້ແຕ່ງຕັ້ງໃຫ້ໄປປະຫານຊີວິດນັກປາດທັງຫລາຍຂອງບາບີໂລນ ແລະ ດານີເອນກໍເວົ້າກັບລາວວ່າ, “ຢ່າປະຫານນັກປາດທັງຫລາຍຂອງບາບີໂລນເລີຍ. ຂໍໃຫ້ທ່ານພາຂ້ານ້ອຍໄປພົບກະສັດ ແລະ ຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນໃຫ້ເພິ່ນ”.
25ອາຣີໂອກຈຶ່ງໄດ້ພາດານີເອນເຂົ້າໄປພົບກະສັດທັນທີ ແລະ ໄດ້ເວົ້າວ່າ, “ຂ້ານ້ອຍໄດ້ພົບຊາຍຄົນໜຶ່ງໃນທ່າມກາງຊະເລີຍທີ່ມາຈາກຢູດາຍ ເຊິ່ງສາມາດບອກວ່າຄວາມຝັນຂອງກະສັດນັ້ນໝາຍຄວາມວ່າຫຍັງ”.
26ກະສັດໄດ້ຖາມດານີເອນ (ຫລືເອີ້ນອີກຊື່ໜຶ່ງວ່າເບັນເຕຊັດຊາເຣ), “ເຈົ້າສາມາດບອກສິ່ງທີ່ເຮົາໄດ້ເຫັນໃນຄວາມຝັນຂອງເຮົາ ແລະ ຕີຄວາມໝາຍຂອງຄວາມຝັນນັ້ນໄດ້ບໍ?”
27ດານີເອນໄດ້ຕອບວ່າ, “ບໍ່ມີນັກປາດ, ນັກເວດມົນ, ນັກຫລິ້ນອາຄົມ, ໝໍໂຫນຄົນໃດສາມາດອະທິບາຍໃຫ້ກະສັດຮູ້ເຖິງຄວາມເລິກລັບທີ່ທ່ານຖາມນັ້ນໄດ້, 28ແຕ່ມີພຣະເຈົ້າອົງໜຶ່ງໃນຟ້າສະຫວັນທີ່ເປີດເຜີຍຄວາມເລິກລັບທັງຫລາຍນີ້ໄດ້. ພຣະອົງໄດ້ສໍາແດງໃຫ້ກະສັດເນບູກາດເນັດຊາເຫັນເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຄວາມຝັນ ແລະ ນິມິດຂອງທ່ານທີ່ຜ່ານເຂົ້າມາໃນຄວາມຄິດຂອງທ່ານຂະນະທີ່ທ່ານກໍາລັງນອນຫລັບຢູ່ເທິງຕຽງມີດັ່ງນີ້:
29“ຂ້າແດ່ກະສັດ ຂະນະທີ່ທ່ານກໍາລັງນອນຫລັບຢູ່ນັ້ນ, ທ່ານໄດ້ຝັນເຖິງສິ່ງຕ່າງໆທີ່ຈະເກີດຂຶ້ນ ແລະ ພຣະເຈົ້າຜູ້ເປີດເຜີຍຄວາມເລິກລັບກໍສະແດງໃຫ້ທ່ານຮູ້ເຖິງສິ່ງທີ່ຈະເກີດຂຶ້ນ. 30ທີ່ພຣະເຈົ້າໃຫ້ຄວາມເລິກລັບນີ້ຖືກເປີດເຜີຍແກ່ຂ້ານ້ອຍ, ບໍ່ແມ່ນເພາະຂ້ານ້ອຍມີສະຕິປັນຍາຫລາຍກວ່າຄົນອື່ນໆ, ແຕ່ເພື່ອວ່າທ່ານຈະຮູ້ຄວາມໝາຍ ແລະ ເຂົ້າໃຈສິ່ງທີ່ຜ່ານເຂົ້າມາໃນຄວາມຄິດນັ້ນ.
31“ຂ້າແດ່ກະສັດ ທ່ານໄດ້ແນມເຫັນຮູບປັ້ນຂະໜາດໃຫຍ່ຕັ້ງຢູ່ຕໍ່ໜ້າທ່ານ, ສ່ອງແສງເຫລື້ອມ, ມີລັກສະນະເປັນຕາໜ້າຢ້ານ. 32ຫົວຂອງຮູບປັ້ນນັ້ນແມ່ນເຮັດດ້ວຍຄຳບໍລິສຸດ, ໜ້າເອິກ ແລະ ແຂນແມ່ນເຮັດດ້ວຍເງິນ, ທ້ອງ ແລະ ກົກຂາແມ່ນເຮັດດ້ວຍທອງສຳລິດ, 33ຂາແມ່ນເຮັດດ້ວຍເຫລັກ, ຕີນສ່ວນໜຶ່ງເປັນເຫລັກ ແລະ ຕີນອີກສ່ວນໜຶ່ງເປັນດິນດາກ. 34ໃນຂະນະທີ່ທ່ານກໍາລັງເບິ່ງຢູ່ນັ້ນ, ກໍມີຫີນກ້ອນໜຶ່ງຖືກຕັດອອກມາ, ແຕ່ບໍ່ແມ່ນດ້ວຍມືຂອງມະນຸດ. ຫີນກ້ອນນັ້ນໄດ້ກະທົບໃສ່ຕີນເຫລັກ ແລະ ຕີນດິນດາກຂອງຮູບປັ້ນ ແລ້ວກໍແຕກກະຈາຍ. 35ແລ້ວເຫລັກ, ດິນດາກ, ທອງສຳລິດ, ເງິນ ແລະ ຄຳ ກໍແຕກເປັນປ່ຽງໆ ແລະ ກາຍເປັນເໝືອນຂີ້ແກບຢູ່ທີ່ລານຟາດເຂົ້າໃນລະດູຮ້ອນ. ລົມໄດ້ພັດຂີ້ແກບນັ້ນໄປບໍ່ເຫລືອຮ່ອງຮອຍໄວ້ເລີຍ. ແຕ່ກ້ອນຫີນທີ່ກະທົບໃສ່ຮູບປັ້ນກາຍເປັນພູເຂົາໃຫຍ່ປົກຄຸມທົ່ວແຜ່ນດິນໂລກ.
36“ນີ້ຄືຄວາມຝັນ ແລະ ບັດນີ້ ພວກຂ້ານ້ອຍຈະຕີຄວາມໝາຍໃຫ້ທ່ານ. 37ຂ້າແດ່ກະສັດ ທ່ານເປັນກະສັດເໜືອກະສັດທັງຫລາຍ. ພຣະເຈົ້າແຫ່ງຟ້າສະຫວັນໄດ້ໃຫ້ບາລະມີ, ລິດອຳນາດ, ຄວາມຍິ່ງໃຫຍ່ ແລະ ສະຫງ່າລາສີແກ່ທ່ານ; 38ພຣະເຈົ້າໄດ້ມອບມະນຸດທຸກຊາດກັບສັດປ່າໃນທົ່ງ ແລະ ຝູງນົກໃນທ້ອງຟ້າໄວ້ໃນມືຂອງທ່ານ. ພຣະເຈົ້າໄດ້ໃຫ້ທ່ານຄອບຄອງສິ່ງເຫລົ່ານັ້ນບໍ່ວ່າພວກມັນອາໄສຢູ່ໃສກໍຕາມ. ຫົວຄຳນັ້ນຄືທ່ານເອງ.
39“ຕໍ່ຈາກທ່ານໄປແລ້ວ ຈະມີອີກອານາຈັກໜຶ່ງທີ່ຈະຮຸ່ງຂຶ້ນມາ, ແຕ່ນ້ອຍກວ່າອານາຈັກຂອງທ່ານ, ຈາກນັ້ນເປັນອານາຈັກທີສາມຄືທອງສຳລິດ, ເຊິ່ງຈະປົກຄອງທົ່ວແຜ່ນດິນໂລກ. 40ທ້າຍສຸດ ຈະມີອານາຈັກທີສີ່ ເຊິ່ງແຂງແກ່ນເໝືອນດັ່ງເຫລັກ, ເຫລັກນັ້ນຈະເຮັດໃຫ້ແຕກ ແລະ ທຸບທຸກສິ່ງ ອານາຈັກນັ້ນຈະຍ່ອງອານາຈັກອື່ນໆທັງໝົດໃຫ້ແຫລກ ແລະ ເໝືອນເຫລັກທີ່ເຮັດໃຫ້ສິ່ງອື່ນໆໝຸ່ນໄປ. 41ຕາມທີ່ທ່ານເຫັນວ່າຕີນ ແລະ ນີ້ວຕີນສ່ວນໜຶ່ງເປັນດິນດາກ ແລະ ອີກສ່ວນໜຶ່ງເປັນເຫລັກ, ດັ່ງນັ້ນ ສິ່ງນີ້ຈະເປັນອານາຈັກທີ່ແຕກແຍກ; ແຕ່ກໍຈະມີບາງສ່ວນແຂງແຮງເໝືອນດັ່ງເຫລັກປົນຢູ່, ຕາມທີ່ທ່ານເຫັນເຫລັກປະສົມກັນກັບດິນດາກ. 42ດັ່ງທີ່ນີ້ວຕີນສ່ວນໜຶ່ງເປັນເຫລັກ ແລະ ສ່ວນໜຶ່ງອີກເປັນດິນດາກ, ດັ່ງນັ້ນ ອານາຈັກນີ້ກໍຈະມີສ່ວນທີ່ແຂງແກ່ນ ແລະ ສ່ວນທີ່ອ່ອນແອ. 43ແລະ ຕາມທີ່ທ່ານເຫັນເຫລັກປົນກັບດິນດາກ ດັ່ງນັ້ນ ປະຊາຊົນກໍປະສົມປະສານກັນແຕ່ບໍ່ຮວມເປັນໜຶ່ງດຽວກັນ, ເຊິ່ງກໍບໍ່ຕ່າງຈາກເຫລັກປະສົມກັບດິນດາກ.
44“ໃນສະໄໝຂອງກະສັດເຫລົ່ານັ້ນ, ພຣະເຈົ້າແຫ່ງຟ້າສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນທີ່ບໍ່ມີຜູ້ໃດທຳລາຍລ້າງໄດ້, ທັງຈະບໍ່ຕົກເປັນຂອງຊົນຊາດອື່ນ. ອານາຈັກນີ້ຈະຟາດອານາຈັກອື່ນໆທັງໝົດ ແລະ ເຮັດໃຫ້ອານາຈັກເຫລົ່ານີ້ເຖິງຈຸດຈົບ. ແຕ່ອານາຈັກນີ້ຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ. 45ນີ້ແມ່ນຄວາມຫມາຍຂອງນິມິດເລື່ອງຫີນກ້ອນໜຶ່ງທີ່ຖືກຕັດອອກມາຈາກພູເຂົາ, ເຊິ່ງບໍ່ແມ່ນດ້ວຍມືມະນຸດ. ຫີນກ້ອນນັ້ນທີ່ກະທົບເຫລັກ, ທອງສຳລິດ, ດິນດາກ, ເງິນ ແລະ ຄຳໃຫ້ແຕກກະຈາຍ.
“ພຣະເຈົ້າຜູ້ຍິ່ງໃຫຍ່ໄດ້ສໍາແດງໃຫ້ທ່ານຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຄວາມຝັນນີ້ເປັນຄວາມຈິງ ແລະ ການຕີຄວາມໝາຍນີ້ກໍເປັນທີ່ເຊື່ອຖືໄດ້”.
46ແລ້ວກະສັດເນບູກາດເນັດຊາກໍໝອບກາບລົງຕໍ່ໜ້າດານີເອນ ແລະ ໃຫ້ກຽດລາວ ແລ້ວກໍໄດ້ສັ່ງໃຫ້ນຳເອົາເຄື່ອງບູຊາ ແລະ ເຄື່ອງຫອມມາມອບໃຫ້ແກ່ລາວ. 47ກະສັດເວົ້າກັບດານີເອນວ່າ, “ພຣະເຈົ້າຂອງເຈົ້າເປັນພຣະເຈົ້າເໜືອພະທັງຫລາຍ ພຣະອົງເປັນກະສັດເໜືອກະສັດທັງຫລາຍ ແລະ ເປັນຜູ້ເປີດເຜີຍຄວາມເລິກລັບຕ່າງໆຢ່າງແນ່ນອນ, ເພາະວ່າເຈົ້າສາມາດເປີດເຜີຍຄວາມເລິກລັບນີ້ໄດ້”.
48ຫລັງຈາກນັ້ນ ກະສັດໄດ້ແຕ່ງຕັ້ງດານີເອນໃຫ້ດຳລົງຕຳແໜ່ງສູງ ແລະ ມອບລາງວັນໃຫ້ລາວຫລາຍຢ່າງ. ເພິ່ນໄດ້ຕັ້ງລາວໃຫ້ປົກຄອງທົ່ວແຂວງບາບີໂລນ ແລະ ໃຫ້ຮັບຜິດຊອບເບິ່ງແຍງນັກປາດທັງໝົດຂອງບາບີໂລນ. 49ຫລາຍກວ່ານັ້ນ, ກະສັດຍັງໄດ້ແຕ່ງຕັ້ງຊັດຣາກ, ເມຊາກ ແລະ ອາເບັດເນໂກໃຫ້ເປັນຜູ້ບໍລິຫານແຂວງບາບີໂລນຕາມຄໍາຂໍຂອງດານີເອນ, ສ່ວນດານີເອນເອງກໍຍັງຢູ່ໃນວັງ.
Currently Selected:
ດານີເອນ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.