ດານີເອນ 2:27-28
ດານີເອນ 2:27-28 LCV
ດານີເອນໄດ້ຕອບວ່າ, “ບໍ່ມີນັກປາດ, ນັກເວດມົນ, ນັກຫລິ້ນອາຄົມ, ໝໍໂຫນຄົນໃດສາມາດອະທິບາຍໃຫ້ກະສັດຮູ້ເຖິງຄວາມເລິກລັບທີ່ທ່ານຖາມນັ້ນໄດ້, ແຕ່ມີພຣະເຈົ້າອົງໜຶ່ງໃນຟ້າສະຫວັນທີ່ເປີດເຜີຍຄວາມເລິກລັບທັງຫລາຍນີ້ໄດ້. ພຣະອົງໄດ້ສໍາແດງໃຫ້ກະສັດເນບູກາດເນັດຊາເຫັນເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຄວາມຝັນ ແລະ ນິມິດຂອງທ່ານທີ່ຜ່ານເຂົ້າມາໃນຄວາມຄິດຂອງທ່ານຂະນະທີ່ທ່ານກໍາລັງນອນຫລັບຢູ່ເທິງຕຽງມີດັ່ງນີ້





