YouVersion Logo
Search Icon

ດານີເອນ 2:20-22

ດານີເອນ 2:20-22 LCV

ແລະ ກ່າວ​ວ່າ: “ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຕະຫລອດ​ໄປ​ເປັນນິດ; ສະຕິປັນຍາ ແລະ ລິດອຳນາດ​ຈົ່ງ​ເປັນ​ຂອງ​ພຣະອົງ. ພຣະອົງ​ໄດ້​ປ່ຽນແປງ​ເວລາ ແລະ ລະດູການ; ພຣະອົງ​ໄດ້​ແຕ່ງຕັ້ງ ແລະ ຖອນ​ກະສັດ. ພຣະອົງ​ໃຫ້​ສະຕິປັນຍາ​ແກ່​ຜູ້​ທີ່​ສະຫລາດ ແລະ ໃຫ້​ຄວາມ​ຮູ້​ແກ່​ຜູ້​ທີ່​ສະຫລາດ​ຫລັກແຫລມ. ພຣະອົງ​ເປີດເຜີຍ​ສິ່ງ​ເລິກ ແລະ ສິ່ງ​ທີ່​ເຊື່ອງ​ຢູ່; ພຣະອົງ​ຮູ້​ສິ່ງ​ທີ່​ແອບແຝງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ສະຫວ່າງ​ຢູ່​ກັບ​ພຣະອົງ.