YouVersion Logo
Search Icon

ໂກໂລຊາຍ 1:9-10

ໂກໂລຊາຍ 1:9-10 ພຄພ

ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ. ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.