ຊັດຣາກ, ເມຊາກ, ອາເບັດເນໂກໄດ້ຕອບກະສັດວ່າ, “ຂ້າແດ່ກະສັດເນບູກາດເນັດຊາ, ພວກຂ້ານ້ອຍບໍ່ຈຳເປັນຕ້ອງແກ້ໂຕເພື່ອຕົນເອງຕໍ່ທ່ານໃນເລື່ອງນີ້. ຖ້າພວກຂ້ານ້ອຍຖືກໂຍນເຂົ້າໄປໃນເຕົາໄຟທີ່ກໍາລັງລຸກຢູ່, ພຣະເຈົ້າທີ່ພວກຂ້ານ້ອຍຮັບໃຊ້ນັ້ນຈະກອບກູ້ພວກຂ້ານ້ອຍໃຫ້ພົ້ນຈາກເຕົາໄຟນັ້ນ ແລະ ພຣະອົງຈະກອບກູ້ພວກຂ້ານ້ອຍໃຫ້ພົ້ນຈາກມືຂອງທ່ານໄດ້. ແຕ່ເຖິງແມ່ນວ່າພຣະອົງບໍ່ຊ່ວຍ, ຂ້າແດ່ກະສັດ, ພວກຂ້ານ້ອຍກໍຂໍໃຫ້ທ່ານຮູ້ວ່າ ພວກຂ້ານ້ອຍຈະບໍ່ຍອມຮັບໃຊ້ບັນດາພະຂອງທ່ານ ຫລື ກາບໄຫວ້ຮູບປັ້ນຄຳທີ່ທ່ານໄດສ້າງຂຶ້ນນັ້ນເດັດຂາດ”.